Ad

Ad

1 August 2016

ເກີດເຫດລົດໂດຍສານປະທະກັບລົດຂົນສົ່ງຢູ່ແຂວງບໍລິຄຳໄຊ ມີຜູ້ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບຈຳນວນໜຶ່ງ

          ຂ່າວທ້ອງຖິ່ນລາຍງານວ່າ: ເວລາປະມານ 14:15 ໂມງຂອງວັນທີ 30 ກໍລະກົດຜ່ານມານີ້, ໄດ້ເກີດອຸປະຕິເຫດຢູ່ເສັ້ນທາງ 13 ໃຕ້, ເຂດຄ້ອຍກະດັນ, ເມືອງປາກຊັນ ແຂວງບໍລິ ຄໍາໄຊ, ລະ ຫວ່າງລົດໂດຍສານ ໝາຍເລກທະບຽນ ກຳແພງນະຄອນ ບກ 1883 ປະທະກັບລົດບັນທຸກຫວຽດ ນາມ ໝາຍເລກທະບຽນ 34C-10678, ສົ່ງຜົນໃຫ້ຜູ້ໂດຍສານຊື່ທ້າວ ສຸກສະຫວັນ ຂັນຄຳ, ຢູ່ບ້ານພູມມະເຈດີ ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ເສຍຊີວິດຄາທີ່ ແລະ ມີຜູ້ໄດ້ຮັບບາດເຈັບຈຳ ນວນໜຶ່ງ. ສ່ວນສາເຫດຂອງອຸປະຕິເຫດຄັ້ງນີ້, ຍັງຢູ່ໃນການສືບສວນຂອງເຈົ້າໜ້າທີ່.

No comments:

Post a Comment