Ad

Ad

26 May 2015

ຈົ່ງພ້ອມກັນອານຸລັກຊີວະນາໆພັນ ແລະ ສິ່ງແວດລ້ອມ



   ທ່ານ ຫຸມພັນ ລັດຕະນະວົງ ປະທານສະມາຄົມຊີວະນາໆພັນລາວ, ໄດ້ກ່າວຜ່ານ ກອງປະຊຸມປຶກສາຫາລືກ່ຽວກັບວັນສາກົນເພື່ອຊີວະນາໆພັນ 22 ພຶດສະພາຜ່ານ ມາວ່າ: ຊີວະນາໆພັນແມ່ນຄວາມຫລາກຫລາຍຂອງສິ່ງມີຊີວິດ ແລະ ບໍ່ມີຊີວິດ, ທຳມະຊາດ, ລະບົບນິເວດ ແລະ ຍັງລວມເຖິງມະນຸດເຮົາ, ໝາຍວ່າຖ້າຊີວະນາໆ ພັນຫລືທຳມະຊາດດັບມອດໄປຊີວິດຂອງຄົນເຮົາ ກໍດັບມອດເຊັ່ນກັນ. ຍ້ອນ ແນວນັ້ນ, ຖ້າສັງຄົມບໍ່ມີຄວາມຕື່ນຕົວໃນການອະນຸລັຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ  ບໍ່ມີການບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດແລ້ວ, ກໍນັບວ່າເປັນສິ່ງທ້າທາຍຕໍ່ການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະໃນເຂດຫ່າງໄກສອກຫລີກ.

    ທ່ານປະທານສະມາຄົມດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ, ນ້ຳແມ່ນບັນຫາຮ້າຍແຮງທີ່ປະຊາຊົນບັນດາເຜົ່າໃນເຂດພູດອຍປະ ສົບບັນຫາຂາດເຂີນ ເນື່ອງຈາກບໍ່ນ້ຳຫ້ວຍແຫ້ງຫລາຍ ສະນັ້ນການປົກປັກຮັກສາ ແລະ ຟື້ນຟູທຳມະຊາດຊີວະນາໆພັນ ແລະ ການສ້າງສະຕິສັງຄົມໃນການອະນຸລັກຊີວະນາໆພັນ ແລະ ສິ່ງແວດລ້ອມຈຶ່ງເປັນບັນຫາຮີບດ່ວນ, ເຊິ່ງບັນຫາດັ່ງກ່າວຕົ້ນຕໍ່ ກໍແມ່ນເກີດຈາກສະພາວະໂລກຮ້ອນ ແລະ ຄວາມປ່ຽນແປງຂອງດິນຟ້າອາກາດຂອງໂລກທີ່ນັບມື້ຮ້າຍແຮງ ແລະ ສ່ວນໜຶ່ງກໍແມ່ນມາຈາກການລັກລອບຕັດໄມ້ທຳລາຍປ່າຂອງມະນຸດເຮົາ.

No comments:

Post a Comment