Ad

Ad

8 July 2016

ກະຊວງແຮງງານເຜີຍແຜ່ດຳລັດວ່າດ້ວຍການແຈ້ງຊັບສິນໃຫ້ພະນັການຕົນ


        ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງ ປະຊຸມເຜີຍແຜ່ດຳລັດວ່າດ້ວຍການແຈ້ງຊັບສິນຂອງລັດຖະບານໃຫ້ແກ່ພະນັກງານ-ລັດຖະກອນຂອງຕົນ ຂຶ້ນທີ່ກະ ຊວງດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ຄຳແກ້ວ ສານບຸນຄຸນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

          ເພື່ອເຮັດໃຫ້ພະນັກງານ-ລັດຖະກອນທີ່ສັງກັດໃນກະຊວງດັ່ງກ່າວ, ໄດ້ເຂົ້າໃຈແຈ້ງ ຕໍ່ຫຼັກ ການ, ລະບຽບການ ແລະ ມາດຕະການກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ
ມະຫາຊົນ ແລະ ລັດວິສາຫະກິດຕ່າງໆ, ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ, ມີປະສິດທິຜົນ ແລະ ຄວາມໂປ່ງໃສແນໃສ່ສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນການຈັດຕັ້ງ, ເພື່ອ ປະກອບສ່ວນເຂົ້າໃນການສ້າງ ສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ສຳລັບດຳລັດວ່າດ້ວຍການແຈ້ງຊັບສິນຂອງລັດຖະ ບານປະກອບມີ 7 ໝວດ ແລະ 27 ມາດຕາ. ພ້ອມນີ້ ຍັງໄດ້ມີເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດດຳລັດດັ່ງກ່າວອີກດ້ວຍ. 

No comments:

Post a Comment