Ad

Ad

8 July 2016

ໄຊຍະບູລີເອົາໃຈໃສ່ປະຕິບັດຄຳສັ່ງເລກທີ 15 ຂອງນາຍົກຢ່າງເຂັ້ມງວດ

               ປັດຈຸບັນຫລາຍທ້ອງຖິ່ນທົ່ວປະເທດພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ໂດຍສະເພາະແຂວງໄຊຍະບູລີ ເຊິ່ງເປັນແຂວງໜຶ່ງທີ່ມີການຂຸດຄົ້ນໄມ້ ແລະ ດຳເນີນທຸລະກິດໄມ້ເປັນຈຳນວນຫລາຍໃນປັດຈຸບັນກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວຢ່າງເປັນຮູບປະທຳ ໂດຍສະເພາະນັບແຕ່ຕົ້ນເດືອນມິຖຸນາມານີ້ ແຂວງດັ່ງກ່າວໄດ້ມີການຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ, ທະຫານ-ຕຳຫລວດ, ອຳນາດການປົກຄອງທ້ອງຖິ່ນ, ຜູ້ປະ ກອບການ ແລະ ປະຊາຊົນໃນທົ່ວແຂວງມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຄຳສັ່ງດັ່ງກ່າວ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍຢ່າງເປັນເຈົ້າການ ແລະ ເຂັ້ມງວດ, ພ້ອມໄດ້ແຕ່ງຕັ້ງ
ໜ່ວຍງານວິຊາການຂັ້ນແຂວງລົງຕິດຕາມ-ກວດກາເກັບກຳຂໍ້ມູນບັນດາໂຮງເລື່ອນ, ໂຮງຊອຍ, ຮ້ານເຟີນີເຈີ ແລະ ທຸລະກິດໄມ້ປະເພດຕ່າງໆຢ່າງລະອຽດ ຄືປັດຈຸບັນທົ່ວແຂວງມີໂຮງງານປຸງແຕ່ງໄມ້ທັງໝົດ 111 ແຫ່ງ, ໂຮງເລື່ອຍ 40 ແຫ່ງ, ໂຮງຊອຍ 37 ແຫ່ງ, ໂຮງງານເຟີນີເຈີ 43 ແຫ່ງ, ເຕົາເຜົາຖ່ານ 19 ແຫ່ງ ແລະ ເຕົາດິນຈີ່ 52 ແຫ່ງ, ສ່ວນໄມ້ຢູ່ສະໜາມ II ແລະ III ມີບໍລິມາດຫລາຍກວ່າ 10 ພັນ ແມັດກ້ອນ ໃນນີ້ປະເພດໄມ້ຫວງຫ້າມມີບໍລິມາດຫລາຍກວ່າ 1.695 ແມັດກ້ອນ ແລະ ໄມ້ຄຸ້ມຄອງມີບໍລິມາດຫລາຍກວ່າ 9.211 ແມັດກ້ອນ.
              ຕົວເລກດັ່ງກ່າວມີການລາຍງານຢູ່ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງຜັນຂະ ຫຍາຍເນື້ອໃນຄຳສັ່ງເລກທີ 15/ນຍ ຢູ່ແຂວງໄຊຍະບູລີ ເມື່ອຕົ້ນອາທິດນີ້ ໂດຍການເປັນປະທານຂອງທ່ານ ພົງສະຫວັນ ສິທິວົງ ເຈົ້າແຂວງດັ່ງກ່າວ.

               ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳສັ່ງດັ່ງກ່າວອອກມາໃນວັນທີ 13 ພຶດ ສະພາ 2016 ເພື່ອເປັນບ່ອນອີງ ແລະ ເຄື່ອງມືດ້ານນິຕິກຳຈັດຕັ້ງປະຕິບັດປາບປາມກຸ່ມຄົນບໍ່ດີທີ່ລັກ ລອບຕັດໄມ້ທຳລາຍປ່າ ແລະ ໄລ່ລ່າເຄື່ອງປ່າຂອງດົງແບບດັບສູນ ອັນໄດ້ສ້າງຄວາມຈິບຫາຍວາຍວອດແກ່ປະເທດຊາດຢ່າງຫລວງຫລາຍໃນໄລຍະຜ່ານມາ ແລະ ໃນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງທີ່ສຳເລັດລົງເມື່ອບໍ່ດົນນີ້ ໄດ້ຕີລາຄາວ່າ: ທຸກຂະແໜງການອົງການລັດທຽບເທົ່າ ແລະ ບັນດາແຂວງທົ່ວປະເທດໄດ້ເອົາໃຈໃສ່ຜັນຂະຫຍາຍຄຳສັ່ງດັ່ງກ່າວເປັນຢ່າງດີ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນທົ່ວສັງຄົມ, ພ້ອມທັງຢ້ຳເນັ້ນໃຫ້ທຸກພາກສ່ວນແຕ່ສູນກາງຮອດທ້ອງຖິ່ນສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງນີ້ຢ່າງເຂັ້ມງວດ ແລະ ມີຜົນສັກສິດ, ພິຈາລະນາແກ້ໄຂປາກົດການລະເມີດຕ່າງໆຢ່າງເດັດຂາດຕາມກົດໝາຍ ແລະ ລະບຽບການ. ສິ່ງສຳຄັນແມ່ນຕ້ອງສຶກສາອົບຮົມປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການໃຫ້ຕື່ນຕົວເຂົ້າຮ່ວມປະຕິບັດ, ຕ້ອງຢຸດເຊົາການສົ່ງໄມ້ອອກທີ່ບໍ່ໄດ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ແລະ ຢຸດເຊົາການຂຸດຄົ້ນໄມ້ຢ່າງຂາດຕົວ ແລະ ເດັດຂາດບໍ່ມີໂກຕ້າໄມ້ຕື່ມອີກ. ພ້ອມດຽວກັນນັ້ນ ກໍແນະນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຄົ້ນຄວ້າອອກນິຕິກຳ, ນະໂຍບາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຊຸກຍູ້ສົ່ງເສີມການຜະລິດພາຍໃນ, ການປູກໄມ້, ທຸລະກິດໄມ້ປູກ ແລະ ການກຳນົດລາຍການໄມ້ປູກໃຫ້ລະອຽດ, ຮັດກຸມ. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສະມາຄົມປຸງແຕ່ງໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງເລິກເອົາໃຈໃສ່ການປັບປຸງບັນດາໂຮງ ງານປຸງແຕ່ງໄມ້ ແລະ ສີມືແຮງງານໃຫ້ໄດ້ມາດຕະຖານ, ຮອງຮັບບໍລິມາດໄມ້ທີ່ຂຸດຄົ້ນຈາກເຂດອະ ນຸຍາດ ຫລື ໄມ້ສວນປູກ ແລະ ຕ້ອງໄດ້ຄຸ້ມຄອງລາຄາໄມ້ປູກບໍ່ໃຫ້ຕໍ່າເກີນໄປ.

No comments:

Post a Comment