Ad

Ad

8 July 2016

ລາວ​-​ໄທຮ່ວມ​ລົງນາມ​ສົ່ງ​ເສີມ​ການ​ພັດທະນາ​ສີມື​ແຮງ​ງານ

          ໃນໂອກາດເຂົ້າຮ່ວມຕິດຕາມ​​ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດຢ້ຽມຢາມຣາຊະອານາຈັກໄທໃນລະຫວ່າງວັນທີ 5-6 ກໍລະກົດນີ້, ທ່ານລັດຖະ ມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ ຄຳແພງໄຊສົມແພງ, ​ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ຮ່ວມກັບທ່ານ ພົນເອກ ສີວິໄຊ ລັດຖະມົນຕີກະຊວງແຮງງານ ປະເທດໄທ, ​​ເພື່ອ​​ຮ່ວມມືທາງດ້ານວິຊາການ, ສົ່ງເສີມການພັດທະນາສີມືແຮງງານ, ການຈ້າງ​​ແຮງງານ, ການຄຸ້ມຄອງແຮງງານແລະ ການປະກັນສັງຄົມ, ຊຶ່ງນັບຈາກນີ້ ທັງສອງຝ່າຍຈະສືບຕໍ່ເຈລະຈາການເຮັດບົດບັນທຶກຂໍ້ຕົກລົງວ່າດ້ວຍການຈ້າງງານໃຫ້ສຳເລັດພາຍໃນປີ 2016ນີ້, ​​ເພື່ອ​​ຜົນປະໂຫຍດຮ່ວມກັນເປັນຕົ້ນການຈ້າງງານແບບຖືກກົດໝາຍ, ​ໂດຍສະເພາະ ສປປ ລາວ ​​ແມ່ນເຮັດໃຫ້ຄ່າໃຊ້ຈ່າຍໃນການເດີນທາງໄປເຮັດວຽກຂອງແຮງງານຖືກລົງ, ພ້ອມທັງເຮັດໃຫ້ການເບິ່ງແຍງ, ກວດກາຈຳນວນແຮງງານສະດວກສະບາຍຍິ່ງຂຶ້ນ, ຫລີກລ້ຽງການເອົາລັດເອົາປຽບແລະ ການແກ້ໄຂບັນຫາຈາກການຄ້າມະນຸດອີກດ້ວຍ, ສ່ວນການເຂົ້າສູ່ລະບົບປະກັນສັງຄົມນັ້ນ ທັງສອງຝ່າຍ ຈະຮ່ວມກັນປຶກສາຫາລື​​ຕື່ມອີກໃນມໍ່ໆນີ້.

No comments:

Post a Comment