Ad

Ad

8 July 2016

ເຈົ້າໜ້າທີ່ເຕືອນໃຫ້ຜູ້ຂັບລົດໃຫຍ່ຕຳສອງແມ່ລູກເສຍຊີວິດມາມອບຕົວເພື່ອຈະໄດ້ຜ່ອນໂທດ


             ເຊົ້າວັນທີ 6 ກໍລະກົດນີ້, ໄດ້ເກີດເຫດການລົດໃຫຍ່ຕຳລົດຈັກຢູ່ເສັ້ນທາງເຂດບ້ານໂພນ ປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ນາງ ທິບພະຈັນ ອາຍຸ 35 ປີ ແລະ ລູກສາວຊື່ນາງ ຮັນນີ ອາຍຸ 8 ປີ ຢູ່ບ້ານໂພນປ່າເປົ້າ ເສຍຊີວິດຄາທີ່ໃນຈຸດເກີດເຫດ ແລະ ສ້າງຄວາມເສຍໃຈໃຫ້ຄອບຄົວ ແລະ ຍາດພີ່ນ້ອງທີ່ຊາບຂ່າວ ໂດຍບໍ່ຄາດຄິດດັ່ງກ່າວ ແລະ ສິ່ງທີ່ຊົ່ວຮ້າຍໄປກວ່ານັ້ນ ພາຍຫລັງເກີດເຫດແລ້ວຜູ້ຂັບລົດໃຫຍ່ໄດ້ຫລົບໜີຄວາມຜິດໄປຢ່າງໄຮ້ເມດຕາທຳ ອັນໄດ້ເພີ່ມຄວາມໂກດແຄ້ນຢ່າງແຮງໃຫ້ແກ່ຄອບຄົວຍາດພີ່ນ້ອງຜູ້ເສຍຊີວິດ ເຊິ່ງມາຮອດປັດຈຸບັນເຈົ້າໜ້າທີ່ສາມາດເກັບກຳຂໍ້ມູນຂອງລົດໃຫຍ່ຄັນດັ່ງກ່າວແລ້ວ ແລະ ພວມເລັ່ງຕິດ ຕາມຕົວຄົນຂັບມາດຳເນີນຄະດີໂດຍໄວ ແລະ ເຕືອນໃຫ້ຜູ້ກະທຳຜິດດັ່ງກ່າວມາມອບຕົວໂດຍໄວ ເພື່ອໂທດໜັກຈະເບົາລົງ.

              ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນສະພາບການຕຳແລ້ວໜີແມ່ນມີທ່າອ່ຽງເພີ່ມຂຶ້ນສ່ວນໃຫຍ່ແມ່ນກໍລະນີລົດໃຫຍ່ຕຳລົດຈັກ ຫລື ຕຳຄົນຍ່າງ ແລະ ເກືອບ 90% ແມ່ນເຈົ້າໜ້າທີ່ສາມາດນຳຕົວຜູ້ຫລົບໜີມາດຳເນີນຄະດີຕາມລະບຽບກົດໝາຍໄດ້.

No comments:

Post a Comment