Ad

Ad

8 July 2016

ໂຍທາເລັ່ງແກ້ໄຂ 18 ບັນຫາຄົງຄ້າງ

          ກອງປະຊຸມຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທີ່ໄດ້ຈັດຂຶ້ນໃນວັນທີ 7-8 ກໍລະກົດນີ້ພາຍໃຕ້ການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ. ໄດ້ເນັ້ນໃຫ້ຄະນະນໍາຂະແໜງການນີ້ແກ້ໄຂ 18 ບັນຫາຄົງຄ້າງ ຄື: ກ່ຽວກັບການສ້າງແຫລ່ງລາຍຮັບເພີ່ມ ແລະ ການຈັດສັນງົບປະມານກອງທຶນບູລະນະຮັກສາທາງຫລວງ, ການປະຕິບັດມາດຕະຖານເຕັກນິກການກໍ່ສ້າງ ແລະ ສ້ອມແປງຂົວທາງ, ການຄຸ້ມຄອງເຂດສະຫງວນທາງຫລວງ, ການຄຸ້ມຄອງຜັງເມືອງສິ່ງປຸກສ້າງ, ການປະຕິບັດຍຸດທະສາດຮ່ວມມືກັບພາກພື້ນສາກົນ ແລະ ອື່ນໆ. ພ້ອມສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນການຊຸກຍູ້ຄວາມຄືບໜ້າໂຄງການເປັນ
ຕົ້ນ: ການວາງແຜນ, ການປະສານງານນໍາເຂົ້າແຮງງານຕ່າງປະເທດໃນໄລຍະທີໜຶ່ງ ຈໍານວນ 1.900 ກວ່າຄົນ, ການໄກ່ເກ່ຍເວນຄືນທີ່ດິນ ແລະ ອື່ນໆ, ນອກຈາກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂບັນຫາຫຍໍ້ທໍ້ ເລື່ອງລາຄາຫົວໜ່ວຍການກໍ່ສ້າງໂຄງການ ທີ່ມີມູນຄ່າສູງແຕ່ຄຸນນະພາບຕໍ່າ ແລະ ສຸມໃສ່ປຶກສາຫາລືກະກຽມແຜນການປີ 2017 ໃຫ້ມີປະສິດທິພາບສູງສຸດ ໂດຍສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ. 

             ສໍາລັບໃນສົກປີນີ້ ຍທຂ ໄດ້ຮັບອະນຸມັດນໍາໃຊ້ງົບປະມານ ບ້ວງກອງທຶນທາງຈໍານວນ 400 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 658 ໂຄງການ ຄື: ວຽກງານບູລະນະຮັກສາ ແລະ ສ້ອມແປງຂົວທາງຈໍານວນ 528 ໂຄງການ, ໃນນີ້ລວມເອົາທາງຫລວງແຫ່ງຊາດ 465 ໂຄງ ການ ແລະ ທາງຫລວງທ້ອງຖິ່ນ 63 ໂຄງການ ເຊິ່ງບັນດາໂຄງການເຫລົ່ານີ້ ລ້ວນແຕ່ໄດ້ຈັດຕັ້ງປະຕິບັດສໍາເລັດ; ສໍາລັບວຽກງານກໍ່ສ້າງຍົກລະດັບເສັ້ນທາງຈໍານວນ 30 ໂຄງການ ໃນນີ້ລວມເອົາໂຄງການທີ່ປະຕິບັດວຽກສໍາເລັດ 100% ກ່ອນເດືອນ 12 ປີ2015 ຈໍານວນ 16 ໂຄງການ ແລະ ໂຄງການທີ່ພວມປະຕິບັດວຽກຢູ່ 14 ໂຄງການ ແລະ ຜ່ານການຈັດຕັ້ງປະຕິບັດໃນຜ່ານມາ ເຫັນວ່າທຸກໂຄງການມີຄວາມຄືບໜ້າຕາມແຜນການທີ່ວາງໄວ້.

No comments:

Post a Comment