Ad

Ad

8 July 2016

ນາຍົກລັດຖະມົນຕີ ໄດ້ຮັບປະລິນຍາບໍລິຫານທຸລະກິດກິດຕິມະສັກ

          ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບປະລິນຍາບໍລິຫານທຸລະກິດ ກິດຕິມະສັກ ຈາກມະຫາວິທະຍາໄລເຕັກໂນໂລຊີ ຣາຊະມົງຄົນອີສານ ວິທະຍາເຂດຂອນແກ່ນ ຣາຊະອານາຈັກໄທ, ເນື່ອງຈາກທ່ານມີຜົນງານດີເດັ່ນໃນການບໍລິຫານ ການພັດທະນາປະເທດຊາດ ໃນໄລຍະຜ່ານມາ ເຊິ່ງມອບໂດຍ ທ່ານ ດຣ. ສຸຣະກຽດ ສະຖຽນໄທ ນາຍົກສະພາບໍລິຫານເຕັກໂນໂລຊີ ຣາຊະມົງຄົນອີສານ, ຊຶ່ງພິທີໄດ້ຈັດຂຶ້ນຢ່າງສົມກຽດໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມລາຊະອານາຈັກໄທເປັນຄັ້ງທໍາອິດພາຍຫລັງໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສ ປປ ລາວ.
          ໃນຕອນແລງວັນດຽວກັນ, ຢູ່ວິທະຍາໄລປົກຄອງທ້ອງຖິ່ນ (ມະຫາວິທະຍາໄລຂອນແກ່ນ)
ຣາຊະອານາຈັກໄທ ທ່ານ ທອງລຸນ ສີສຸລິດ ກໍໄດ້ຂຶ້ນປາຖະກະຖາ ໃນຫົວຂໍ້  ສປປ ລາວ ສູ່ອະນາ ຄົດ ແຫ່ງການພັດທະນາແລະ ໄດ້ມອບຫລຽນໄຊພັດທະນາຊັ້ນ III ໃຫ້ສະມາຄົມໄທ-ລາວ ເພື່ອມິດຕະພາບ ຕາມລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ແລະ ມອບຫລຽນກາ ມິດຕະ ພາບໃຫ້ 10 ທ່ານໃນສະມາຄົມໄທ-ລາວ ເພື່ອມິດຕະພາບຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ມີຜົນງານ, ຄຸນງາມຄວາມດີໃນການລະດົມທຶນເຂົ້າໃນການກໍ່ສ້າງ ແລະ ພັດທະນາຊັບ ພະຍາກອນມະນຸດ ຄື: ສ້າງອາຄານໂຮງຮຽນປະຖົມ, ມັດທະຍົມ, ຫໍພັກຄູ, ນັກຮຽນ ແລະ ອຸປະກອນກິລາໃຫ້ໂຮງຮຽນແຫ່ງຕ່າງໆຂອງລາວ ໃນໄລຍະຜ່ານມາລວມມູນຄ່າ 40 ລ້ານບາດ(ສະກຸນເງິນໄທ). ຜົນງານດັ່ງກ່າວ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໄທ-ລາວອີກດ້ວຍ.

          ໃນໂອກາດດຽວກັນ, ຢູ່ວິທະຍາໄລປົກຄອງທ້ອງຖິ່ນກໍໄດ້ຈັດພິທີບາສີສູ່ຂວັນ ເພື່ອເປັນກຽດແກ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນລາວ ກ່ອນງານລ້ຽງອາຫານຄ່ຳ.

No comments:

Post a Comment