Ad

Ad

11 July 2016

ລົດຖີບທາງເລືອກໃໝ່ໃນຕົວເມືອງ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ

              ບັນຫາທີ່ພວກເຮົາຄວນເບິ່ງກວ້າງໆເພື່ອໃຫ້ເຫັນໄກໆໄວ້ເປັນບົດຮຽນໃນບົດນີ້ ກໍຄືການແກ້ໄຂບັນຫາການຈະລາຈອນໃນຕົວເມືອງໃຫຍ່ໆ ໂດຍສະເພາະແມ່ນນະຄອນຫລວງ ເຊິ່ງມີລົດນ້ອຍລົດໃຫຍ່ປະເພດສອງຕີນ-ສີ່ຕີນ ແລະ ຫລາຍຕີນກວ່ານັ້ນແລ່ນສົນລະວົນເປັນເສັ້ນສາຍປານເສັ້ນເຂົ້າ ປຸ້ນ, ປ່ອຍມົນລະພິດທີ່ເປັນອັນຕະລາຍຕໍ່ຊີວິດຄົນ ບໍ່ນັບອຸປະຕິເຫດທີ່ຕາມມາຕາມຈຳນວນຂອງຍວດຍານພາຫະນະທີ່ເພີ່ມຂຶ້ນຍັ່ງມື້. ການແກ້ໄຂບັນຫາລົດຕິດ ແລະ ມົນລະພິດຈາກຄວັນລົດຢູ່ຫລາຍໆປະເທດນັ້ນມີຫລາຍວິທີ ເຊັ່ນຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ນັ້ນເພິ່ນໄດ້ຊິງວາງເປົ້າໝາຍປັດເຂ່ຍລົດຈັກອອກຈາກເສັ້ນທາງໃຫ້ສຳເລັດຫລັງຈາກປີ 2025 ເພາະຖືວ່າລົດຈັກເປັນຕົວການສ້າງບັນຫາແອອັດສັບສົນກວ່າໝູ່ຕາມເສັ້ນທາງ, ອຸປະຕິເຫດສ່ວນໃຫຍ່ພົວພັນກັບລົດຈັກ. ແທນໃຫ້ລົດຈັກເຊິ່ງເປັນພາຫະນະສ່ວນບຸກຄົນນັ້ນ, ທາງການຮ່າໂນ້ຍຈະພັດທະນາໂຄງລ່າງລະບົບການຂົນ ສົ່ງສາທາລະນະທີ່ທັນສະໄໝ. ຢູ່ອົດສະຕຣາລີ ໂດຍສະເພາະແມ່ນຢູ່ລັດນິວຊາວເວນ (NSW) ທີ່ມີນະຄອນສິດນີເປັນສູນກາງນັ້ນ, ທາງການມີ
ນະໂຍບາຍສົ່ງເສີມການໃຊ້ລົດຖີບໃຫ້ຫລາຍຂຶ້ນ ເຊິ່ງຖືວ່າເປັນພາຫະນະທີ່ແຮກສ່ຽວກັບສິ່ງແວດລ້ອມ, ແຕ່ຫາກມີຄວາມສ່ຽງສູງສຳລັບຜູ້ໃຊ້ ຄືໂດຍສະເລ່ຍແລ້ວມີຄົນຂີ່ລົດຖີບຈຳນວນ 11 ຄົນເສຍຊີວິດຍ້ອນອຸປະຕິເຫດ ແລະ ມີຜູ້ບາດເຈັບສາຫັດຈຳນວນ 1.500 ຄົນຕໍ່ປີ. ໃນປີ 2014 ປີດຽວຈຳນວນຜູ້ຂີ່ລົດຖີບທີ່ປະສົບກັບອຸປະຕິເຫດເຖິງຂັ້ນໄດ້ເຂົ້າປິ່ນ ປົວຢູ່ໂຮງໝໍນັ້ນມີຈຳນວນ 1.800 ຄົນ. ຍ້ອນແນວນີ້ເອງ, ທາງການລັດ NSW ຈຶ່ງອອກກົດລະ ບຽບເຫລັກ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໃຊ້ລົດຖີບເປັນພາຫະນະໄປການຕາມຄວາມຮຽກ ຮ້ອງຂອງສັງຄົມ ໂດຍໄດ້ກຳນົດລົງໂທດຜູ້ລະເມີດລະບຽບການຄວາມປອດໄພຂອງຜູ້ໃຊ້ລົດຖີບ. ກົດລະບຽບໄດ້ກຳນົດໃຫ້ຜູ້ຂັບຂີ່ລົດທີ່ແລ່ນດ້ວຍເຄື່ອງຈັກຕ້ອງຢູ່ຫ່າງຈາກລົດຖີບຢ່າງໜ້ອຍ 1 ແມັດ, ຖ້າໃຜລະເມີດຈະຖືກປັບໄໝເປັນເງິນ 319 ໂດລາອົດສະຕຣາລີ ເທົ່າກັບ 228 ໂດລາສະຫະລັດ ແລະ ມີການບັນທຶກການປະພຶດໄວ້ໃນໃບຂັບຂີ່ອີກດ້ວຍ. ແຕ່ພ້ອມດຽວກັນນັ້ນ ກໍມີການກຳນົດໂທດຜູ້ຂີ່ລົດ ຖີບທີ່ລ່ວງໄຟແດງ ຫລື ຂີ່ແບບຕາມໃຈໄຮ້ຄວາມຮັບຜິດຊອບທີ່ອາດພາໃຫ້ເກີດອຸປະຕິເຫດ ຄືຈະຖືກປັບໄໝເປັນເງິນເຖິງ 425 ໂດລາອົດສະຕຣາລີ ເທົ່າກັບ 304 ໂດລາສະຫະລັດ. ມາດຕະການລົງ ໂທດດ້ວຍການປັບໄໝແພງທີ່ສຸດໃນໂລກນີ້ ເຮັດໄປພ້ອມໆກັບການສຶກສາອົບຮົມໃຫ້ທົ່ວສັງຄົມໂດຍສະເພາະຜູ້ຂັບຂີ່ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກກັບຜູ້ໃຊ້ລົດຖີບເຂົ້າໃຈ ແລະ ຮ່ວມມືກັນເພື່ອຄວາມປອດໄພລວມ. ສໍາລັບປະເທດນອກແວ ຢູ່ເອີຣົບເໜືອນັ້ນ, ທາງການໄດ້ຂຶ້ນແຜນສ້າງທາງດ່ວນສຳລັບລົດຖີບ ເພື່ອໃຫ້ສາມາດແລ່ນໃນຄວາມໄວ 30-40 ກິໂລແມັດຕໍ່ຊົ່ວໂມງ. ທາງດ່ວນນີ້ຈະສ້າງຢູ່ 9 ຕົວເມືອງໃຫຍ່ ເມືອງລະເສັ້ນ, ແຕ່ສຳລັບນະຄອນຫລວງອົດສະໂລນັ້ນຈະໄດ້ທາງດ່ວນ 2 ເສັ້ນ. ມູນຄ່າການສ້າງທາງດ່ວນຈະຕົກເປັນເງິນຈຳນວນ 917,6 ລ້ານໂດລາສະຫະລັດ. ເປົ້າໝາຍຫລັກໃນການສົ່ງເສີມການໃຊ້ລົດຖີບ ແລະ ການຍ່າງດ້ວຍຕີນນີ້ແມ່ນເພື່ອຫລຸດຜ່ອນມົນລະພິດຈາກລົດສ່ວນຕົວທີ່ມີລົ້ນຖະໜົນ. ຢູ່ບ້ານເຮົານ້ອຍໜັກນ້ອຍໜາຈະເຫັນຄົນຂີ່ລົດຖີບໃນນະຄອນຫລວງ ເພາະບໍ່ມີບ່ອນຫວ່າງສະເພາະລົດສອງຕີນປະເພດນີ້, ແຕ່ຢູ່ຫລາຍປະເທດພັດຖືການໃຊ້ລົດຖີບເປັນວິທີການແກ້ບັນຫາມົນລະພິດທາງອາກາດທີ່ດີທີ່ສຸດ.

No comments:

Post a Comment