Ad

Ad

11 July 2016

ໂຕໂຍຕາຈັບສະຫລາກແຈກໂຊກຄັ້ງທີ 2 ລວມມູນຄ່າ 2 ຕື້ກີບ

          ໃນວັນທີ 8 ກໍລະກົດຜ່ານມາ, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ ຈັດພິທີຈັບສະ ຫລາກຊິງລາງວັນຄັ້ງທີ 2 ໃນໂຄງການ ໂຕໂຍຕາ Summer Sale ແຈກໂຊກໃຫຍ່ ມູນຄ່າ 2 ຕື້ກີບ, ຊຶ່ງຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດໃຫຍ່ ຟໍຈູນເນີ້, ພ້ອມຊຸດຕົບແຕ່ງລົດ ແມ່ນທ່ານ ດອນຫອມ ດອນຫອມ ທີ່ໄດ້ຊື້ລົດ ຢູ່ຕົວແທນຈຳໜ່າຍໂຕໂຍຕາ ລາວສະຫວັນ, ນອກຈາກນີ້ ຍັງມີຜູ້ໂຊກດີຫລາຍທ່ານໄດ້ຮັບສາຍຄໍຄຳໜັກ 10 ບາດ ຈຳນວນ 5 ລາງວັນ, ສາຍຄໍຄຳໜັກ 5 ບາດ 10 ລາງ ວັນ, ສາຍຄໍຄຳ 2 ບາດ 15 ລາງວັນ ແລະ ສາຍຄໍຄຳໜັກ 1 ບາດ 15 ລາງວັນ.


          ທ່ານ ວິຊຽນ ເອມປະເສີດສຸກ ປະທານບໍລິຫານ ສາຍງານຢ່ອຍເຂດພູມມີພາກແມ່ນ້ຳຂອງ ບໍລິສັດໂຕໂຍຕາ ມໍເຕີ້ປະເທດໄທ ຈຳກັດ ກ່າວວ່າ: ການຈັບລາງວັນຄັ້ງນີ້ ແມ່ນ ສືບຕໍ່ຈາກການຈັບລາງວັນຄັ້ງທີ 1 ໃນເດືອນມີຖຸນາຜ່ານມາ, ຊຶ່ງເປັນໜຶ່ງໃນຄວາມຕັ້ງໃຈຂອງໂຕໂຍຕາ ເພື່ອຕອບແທນລູກຄ້າທີ່ຊື້ລົດໂຕໂຍຕາ ທຸກລຸ້ນ ໃນລະຫວ່າງວັນທີ 1 ເມສາ-30 ມີຖຸນາ 2016, ຈາກຕົວແທນຈຳໜ່າຍລົດໂຕໂຍຕາທົ່ວປະເທດ, ພ້ອມນີ້ ຍັງໄດ້ຂອບໃຈມາຍັງລູກຄ້າທຸກທ່ານ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ໃຊ້ບໍລິການກັບບໍລິສັດໂຕໂຍຕາດ້ວຍດີຕະຫລອດມາ. ໃນອະນາຄົດ ບໍລິສັດ ໂຕໂຍຕາ ກໍຈະຈັດກິດຈະກຳດີໆແບບນີ້ເພື່ອຄືນກຳໄລໃຫ້ລູກຄ້າເລື່ອຍໆໄປ.

No comments:

Post a Comment