Ad

Ad

30 January 2013

ສະຫລອງວັນຊາດອິນເດຍຄົບຮອບ 63 ປີ



    ຕອນຄ່ຳວັນທີ 28 ມັງກອນນີ້, ທ່ານ ຊີ ກູຣູ ຣາດຈ໌ ຣາວ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ສາທາລະນະລັດ ອິນ ເດຍ ປະຈຳ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ ຈັດງານລ້ຽງຮັບຮອງ ເພື່ອສະ ເຫລີມສະຫລອງວັນຊາດຄົບຮອບ 63 ປີຂຶ້ນ ຢູ່ເຮືອນພັກທູດ ນະຄອນຫລວງວຽງຈັນ ໂດຍມີທ່ານ ສຈ. ດຣ. ບຸນຕຽມ ພິດສະໄໝ ລັດຖະ ມົນຕີປະຈຳຫ້ອງວ່າການລັດຖະບານ, ປະທານສະມາຄົມມິດຕະພາບ ລາວອິນເດຍ, ທ່ານ ອາລຸນ ແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງປະເທດ, ລັດຖະມົນຕີ ວ່າການຊ່ວຍ ວ່າການ, ທູຕານຸທູດ ແລະ ອົງ ການຈັດຕັ້ງສາກົນ ພ້ອມແຂກຖືກ ເຊີນເຂົ້າຮ່ວມຢ່າງຫລວງຫລາຍ.

    ທ່ານ ຊີ ກູຣູຣາຈ໌ ຣາວ ກ່າວ ວ່າ: ໃນທົດສະວັດທຳອິດຂອງສະ ຕະວັດທີ 21, ອິນເດຍໄດ້ເຫັນເຖິງ ການປ່ຽນແປງອັນສຳຄັນໃນ ຂອບເຂດການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ໄດ້ກາຍເປັນກຳລັງກະຕຸ້ນ ການປ່ຽນແປງຂອງ ໂລກ. ແທ້ຈິງແລ້ວ, ຜົນສຳເລັດ ແລະ ປະສົບການຂອງພວກເຮົາແມ່ນການທີ່ໄດ້ເຮັດ ໃຫ້ປະເທດ ຊາດນີ້ກາຍເປັນເວທີລວມສູນ ຂອງໂລກ. ປະເທດອິນເດຍ ແລະ ສປປ ລາວ ມີສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນມາຍາວນານ. ລັດຖະບານທັງສອງປະເທດໄດ້ສ້າງຕັ້ງ ສາຍພົວພັນທາງ ການທູດຮ່ວມກັນໃນເດືອນກຸມພາ 1956, ສາຍພົວພັນດັ່ງກ່າວເປັນພື້ນຖານແຫ່ງປະຫວັດສາດ ແລະ ຄວາມສີວິໄລ. ນອກຈາກ ນັ້ນ ຍັງໄດ້ມີການແລກປ່ຽນການ ຢ້ຽມຢາມຂອງການນຳລະດັບສູງ ຂອງທັງສອງປະເທດ, ໃນນັ້ນ ແມ່ນການຢ້ຽມຢາມຂອງປະ ທານປະເທດທັງສອງປະເທດເມື່ອບໍ່ດົນມານີ້ ເຊິ່ງເປັນຂີດໝາຍແຫ່ງ ການຮັດແໜ້ນຄວາມສາມັກຄີ ແລະ ເພີ່ມທະວີຄວາມສຳພັນ.
    ໃນປີ 2012, ສາຍພົວພັນສອງ ຝ່າຍຂອງສອງປະເທດຍິ່ງເພີ່ມທະ ວີຂຶ້ນຢ່າງໝັ້ນແກ່ນ ແລະ ມີ ຄວາມໝາຍຄວາມສຳຄັນ. ປີ 2012 ເອີ້ນໄດ້ວ່າເປັນປີແຫ່ງຜົນ ສຳເລັດອັນຍິ່ງໃຫຍ່ຂອງ ສປປ ລາວ. ໃນເດືອນພະຈິກ 2012, ກອງປະຊຸມສຸດຍອດ ອາຊີເອີຣົບ ຄັ້ງທີ 9 (ອາເຊັມ 9) ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນ ຈົບງາມ ເຊິ່ງມີບັນດາປະມຸກລັດ ແລະ ລັດຖະບານຈາກ 51 ປະ ເທດຄູ່ຮ່ວມ ອາເຊັມເຂົ້າຮ່ວມກອງ ປະຊຸມສຸດຍອດເທື່ອນີ້.
    ໃນປີດຽວກັນນັ້ນ, ສປປ ລາວ ກໍໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ ແລະ ຫວັງວ່າການ ເຂົ້າເປັນສະມາຊິກອົງການການ ຄ້າໂລກຂອງ ສປປ ລາວ ຈະຊ່ວຍ ເລັ່ງລັດການເຕີບໃຫຍ່ທາງເສດ ຖະກິດ, ການພັດທະນາ ແລະ ດຶງ ດູດການລົງທຶນຈາກຕ່າງປະເທດ ໃຫ້ຫລາຍຂຶ້ນ. ພວກເຮົາຂໍຊົມເຊີຍ ລັດຖະບານແຫ່ງ ສປປ ລາວ ໃນ ຄວາມກ້າວໜ້າຮອບດ້ານ ແລະ ຂໍ ສະໜັບສະໜູນເປົ້າໝາຍໃນການຫລຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໃນປີ 2020 ນີ້ ໃຫ້ປາກົດຜົນເປັນຈິງ.
    ປະເທດອິນເດຍຍາມໃດກໍໃຫ້ ສິດພິເສດ ສປປ ລາວ ໃນການ ສົ່ງເສີມການຮ່ວມມືໃນຂົງເຂດ ການພັດທະ ນາຊັບພະຍາກອນມະນຸດ ໂດຍການໃຫ້ທຶນການສຶກສາ ແລະ ເຝິກອົບຮົມ. ນອກຈາກນັ້ນ ກໍໄດ້ໃຫ້ທຶນຊ່ວຍ ເຫລືອລ້າ ແລະ ທຶນກູ້ຢືມດອກເບັ້ຍຕ່ຳໃຫ້ແກ່ບັນດາໂຄງການຂັ້ນພື້ນຖານ ແລະ ໃນອະນາຄົດກໍຍິນດີ ທີ່ຈະສືບຕໍ່ໃຫ້ ການຊ່ວຍເຫລືອດັ່ງກ່າວ.
    ການເປັນຄູ່ຮ່ວມມືກັບກຸ່ມປະ ເທດອາຊຽນຂອງອິນເດຍນັ້ນ ແມ່ນຫົວໃຈຂອງນະໂຍບາຍຕ່າງ ປະເທດ ແລະ ເປັນພື້ນຖານຂອງ ນະໂຍບາຍເບິ່ງຕາເວັນອອກທີ່ປະ ກາດໃຊ້ໃນປີ 1991. ພວກເຮົາ ເຊື່ອວ່າ: ປະເທດລາວແມ່ນ ຄູ່ຮ່ວມມືທີ່ສຳຄັນຂອງອິນເດຍໃນອາຊຽນ. ພວກເຮົາຮັບຮູ້ວ່າ: ການ ເປັນຄູ່ຮ່ວມມືແມ່ນສິ່ງທີ່ຈະຊ່ວຍໃນການ ເພີ່ມທະວີການຂະຫຍາຍ ຕົວທາງເສດຖະກິດ ແລະ ຄວາມສົມບູນພູນສຸກ, ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນນີ້.

No comments:

Post a Comment