Ad

Ad

30 January 2013

ຍັງມີປາກົດການລັກລອບຕັດໄມ້ເປັນຈຳນວນຫລາຍ



    ຕາມບົດລາຍງານປະຈຳເດືອນຂອງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມານີ້ ເຖິງວ່າຂະແໜງການກ່ຽວຂ້ອງໄດ້ສຸມໃສ່ຕ້ານ ແລະ ສະກັດກັ້ນບັນຫາດັ່ງ ກ່າວຢ່າງເອົາຈິງເອົາຈັງຕະຫລອດມາ ນັບທັງໄດ້ອອກນິຕິກຳຕ່າງໆ ເພື່ອແນໃສ່ຢຸດການຕັດໄມ້ທຳລາຍປ່າໃຫ້ໝົດໄປ, ແຕ່ແລ້ວຢູ່ບາງທ້ອງຖິ່ນກໍຍັງ ປາກົດມີໃຫ້ເຫັນ ດັ່ງເດືອນໜຶ່ງຜ່ານມານີ້ ເຈົ້າໜ້າທີ່ປ່າໄມ້ສາ ມາດກວດພົບການກະທຳຜິດ ແລະ ຢຶດໄມ້ທີ່ຖືກລັກ ລອບຕັດໄດ້ເປັນຈຳ ນວນຫລາຍ ຄືຢູ່ແຂວງຄຳມ່ວນມີບໍລິມາດຫລາຍກວ່າ 275 ແມັດກ້ອນ, ແຂວງ
ສາລະວັນມີ 329 ແມັດກ້ອນ ພ້ອມຢຶດລົດ 6 ລໍ້ ທີ່ນຳໃຊ້ເຂົ້າໃນການກະທຳຜິດດັ່ງກ່າວຈຳນວນ 1 ຄັນ, ສ່ວນຢູ່ແຂວງສະຫວັນນະເຂດຢຶດໄມ້ໄດ້ຫລາຍກວ່າ 39 ແມັດກ້ອນ ແລະ ແຂວງວຽງຈັນມີ 3,58 ແມັດກ້ອນ ແລະ ພ້ອມນັ້ນ ພົ້ນເດັ່ນຂຶ້ນໃນປັດຈຸບັນແມ່ນການລັກລອບຂຸດຄົ້ນເຄື່ອງປ່າຂອງດົງ ຄືພຽງເດືອນໜຶ່ງຜ່ານມາ,ເຈົ້າໜ້າທີ່ສາມາດກວດພົບຜູ້ກະທຳຜິດ ແລະ ມ້າງຄະດີດັ່ງກ່າວໄດ້ 18 ເລື່ອງ ພ້ອມໄດ້ປັບໃໝເປັນເງິນຫລາຍກວ່າ 3,45 ຕື້ກີບ.

    ຄຽງຄູ່ກັບການເອົາໃຈໃສ່ຂອງເຈົ້າໜ້າທີ່ປ່າໄມ້ແລ້ວ,ຂະແໜງດັ່ງກ່າວຍັງໄດ້ສຸມໃສ່ວຽກງານຄຸ້ມຄອງປ່າໄມ້ ໂດຍໄດ້ສຳເລັດການຂຽນແຜນຈັດສັນເຂດປ່າຜະ ລິດ ແລະ ພັດທະນາຊົນນະບົດຢູ່ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊໄດ້ 3 ເຂດ ຄືປ່າຜະລິດພູປ່າຊາງປາຫົກ ເຂດຄຸ້ມຄອງຍ່ອຍຜາເມືອງ, ປ່າຜະລິດຜັກເບືອກ ເຂດຄຸ້ມຄອງເທສະບານເມືອງບໍລິຄັນ ແຂວງບໍລິຄຳໄຊ ແລະ ປ່າຜະລິດພູເຍີຍ ເຂດຄຸ້ມຄອງຍອດ ນາດີເມືອງແມດ ແຂວງວຽງຈັນ ແລະ ໄດ້ສຳເລັດການສັງລວມຂໍ້ມູນເບື້ອງຕົ້ນກ່ຽວກັບເຄື່ອງປ່າຂອງດົງໂດຍສະເພາະໝາກແໜ່ງໃນຂອບເຂດທົ່ວປະເທດ. ພ້ອມນັ້ນ ກໍໄດ້ສົມທົບກັບ JIRCAS ປະ ຕິບັດໂຄງການຈັດສັນເຄື່ອງປ່າຂອງດົງແບບຍືນຍົງ.
    ໂດຍລວມແລ້ວມາຮອດປັດຈຸ ບັນ,ຂະແໜງກ່ຽວຂ້ອງດັ່ງກ່າວໄດ້ມີຄວາມຕັ້ງໜ້າໃນການກວດ ກາຄຸ້ມຄອງປ່າໄມ້, ເຄື່ອງປ່າຂອງດົງ ເພື່ອແນໃສ່ຕ້ານ ແລະ ສະກັດກັ້ນການຕັດໄມ້ທຳລາຍປ່າໃຫ້ໝົດໄປ ກ້າວສູ່ການຮັກສາສິ່ງແວດລ້ອມທຳມະຊາດໃຫ້ຍືນຍົງ ເພື່ອສະພາບແວດລ້ອມທີ່ດີຂອງປະເທດເຮົາ.

No comments:

Post a Comment