Ad

Ad

30 January 2013

ຄວນເອົາໃຈໃສ່ບົວລະບັດຮັກສາສວນສາທາລະນະສີໂຄດຕະບອງໃຫ້ດີຂຶ້ນ



         ພາຍຫຼັງມີປະຊາຊົນໂທເຂົ້າ ມາຫາຫ້ອງການໜັງສືພິມລາວ ພັດທະນາວ່າ: ຢາກໃຫ້ໄປເບິ່ງ ສະພາບການບົວລະບັດຮັກສາ ສ່ວນສາທາລະນະສີໂຄດຕະບອງ ທີ່ຕັ້ງຢູ່ເມືອງ ສີໂຄດຕະບອງ ນະ ຄອນຫຼວງວຽງຈັນເຊິ່ງເປັນສ່ວນ ສາທາລະນະທີ່ສ້າງຕັ້ງຂຶ້ນ ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນ ສ້າງຕັ້ງນະ ຄອນຫຼວງວຽງຈັນ ຄົບຮອບ 450 ປີ, ເປັນໂຄງການ ກໍ່ສ້າງທີ່ມີມູນຄ່າຫຼາຍຕື້ກີບ ເພາະໄດ້ສ້າງເປັນສ່ວນສາ ທາລະນະມີ ສະລອຍນ້ຳ ແລະ ຕົ້ນໄມ້ປະດັບ ປະດາຕ່າງໆລວມ ທັງຕົ້ນໄມ້ອຸດ ສາຫະກຳທີ່ມີປ້າຍຊື່ການນຳ ລາວປູກ  ເພື່ອເປັນບ່ອນພັກຜ່ອນ ຢ້ອນໃຈ ແລະ ລະນຶກເຖິ່ງ ພະຍາ ສີໂຄດຕະບອງຜູ້ມີບົດບາດໃນ ການນຳພາ ປະຊາຊົນລາວສ້າງ ສາພັດທະນາປະເທດຊາດ ໃນ ເມື່ອກ່ອນ ແຕ່ປັດຈຸບັນສວ່ນດັ່ງ ກ່າວກັບບໍ່ໄດ້ຮັບຄວາມ ສົນໃຈ ຈາກສັງຄົມ ແລະ ການຈັດຕັ້ງທີ່ກ່ຽວ
ຂ້ອງໃນການບົວລະບັດຮັກ ສາ ເຮັດໃຫ້ສະພາບຕົ້ນໄມ້ປະດັບ ປະດາທີ່ປູກໃນເຂດບໍລິເວນດັ່ງ ກ່າວຫຽວ ແຫ້ງ ແລະ ມີສະພາບ ຊຸດໂຊມລົງຫາກບໍ່ເລັ່ງມືແກ້ໄຂ. ນອກນັ້ນ ໜອງນ້ຳທີ່ຢູ່ໃນສ່ວນ ສາທາລະ ນະກໍມີກິ່ນເໝັນໄປທົ່ວ ບໍລິເວນ, ໃນຂະນະທີ່ບາງ ໜ່ວຍ ງານນຳເອົານ້ຳ ໃນໜອງສະດັ່ງກ່າວໄປ ຫົດດອກໄມ້ ແລະ ລ້າງ ຖະ ໜົນຢູ່ແຫ່ງອື່ນຢ່າງຊະຊາຍ ເຊິ່ງເຮັດໃຫ້ປະຊາຊົນມີຄວາມ ເປັນຫວ່ງ ຕໍ່ບັນຫາດັ່ງກ່າວ ຖ້າບໍ່ໄດ້ຮັບການແກ້ໄຂໄວ.
        ຈາກຄຳສະເໜີດັ່ງກ່າວ ນັກ ຂ່າວໜັງສືພິມ ລາວພັດທະນາ ກໍໄດ້ລົງໄປເກັບກຳສະພາບຕົວ ຈິງ ແລະ ກໍເຫັນວ່າສ່ວນດັ່ງກ່າວ ຢູ່ໃນສະພາບຊຸດໂຊມແທ້ໂດຍສະ ເພາະແມ່ນຕົ້ນໄມ້ປະ ດັບປະດາ ຢູ່ໃນສະພາບທີ່ຫຽວ ແຫ້ງ, ນ້ຳໃນໜອງສະລອຍນ້ຳເກີດເປັນນ້ຳເປື້ອນ ແລະ ມີກິ່ນເໝັ່ນຈົນບໍ່ສາມາດເຂົ້າໄປໃກ້ໄດ້.
        ປະຊາຊົນຜູ້ຢູ່ບໍລິເວັນດັ່ງ ກ່າວຕ່າງກໍໃຫ້ຄຳເຫັນວ່າ: ຜ່ານມາກໍບໍ່ເຫັນໜ່ວຍງານ ຫຼື ພາກສ່ວນກ່ຽວຂ້ອງໃດ ເຂົ້າມາຮັບ ຜິດ ຊອບໃນການບົວລະບັດຮັກສາ ເມື່ອເຫັນວ່ານ້ຳໃນສະໜອງ ເປິເປື້ອນນັກທ່ອງທ່ຽວບາງຄົນ ກໍຖີ້ມຂິ້ເຫຍື້ອຊະຊາຍ, ມີປະຊາ ຊົນບາງຄົນກໍຍັງຂີ່ລົດເຂົ້າໄປຢຽບຫຍ້າໃນສ່ວນ ແລະ ເກີດສະພາບເປິເປື້ອນ. ດັ່ງນັ້ນ ຈຶ່ງຂໍສະເໜີໄປຍັງພາກສ່ວນທີ່ກ່ຽວຂ້ອງເຂົ້າໄປບົວລະບັດຮັກສາໃຫ້ເໝືອນກັບສວນສາທາລະນະແຫ່ງ ອື່ນໆ ເພື່ອຄວາມສະອາດສວຍງາມຂອງບ້ານເມືອງຕາມຄຳຂວັນຂອງນະຄອນຫລວງວຽງຈັນລະບຸໄວ້.
ການສັນຈອນໃນເສັ້ນທາງໜອງບອນສັບສົນຍ້ອນຜູ້ຂັບຂີ່ຈຳນວນໜຶ່ງບໍ່ເຄົາລົບລະບຽບຈະລາຈອນ
        ເສັ້ນທາງໜອງບອນ ແມ່ນເສັ້ນທາງໜຶ່ງໃນນະຄອນຫລວງວຽງຈັນທີ່ມີສະພາບການສັນຈອນແອອັດສັບສົບຊ້ຳເຮື້ອມາຫລາຍປີ ແລະ ມາຮອດປັດຈຸບັນນີ້ ກໍຍິ່ງມີປາກົດການສັບສົນຫລາຍກວ່າເກົ່າຍ້ອນຜູ້ຂັບຂີ່ສ່ວນຫລາຍບໍ່ເຄົາລົບລະບຽບການສັນຈອນຂອງເຈົ້າໜ້າທີ່ ແລະ ຍິ່ງກວ່ານັ້ນ ກໍບໍ່ຮູ້ວ່າດ້ວຍເຫດຜົນໃດຈຶ່ງມີຄົນນຳເອົາຖັງຢາງສີສົ້ມມາວາງຕັນທາງດັ່ງກ່າວໄວ້.
        ເປັນເວລາຫລາຍເດືອນມາແລ້ວ ທີ່ສະພາບການສັນຈອນຢູ່ສາມແຍກທາງຕັດໃໝ່ຂອງເສັ້ນ ທາງໜອງບອນຕັດໃສ່ສີ່ແຍກໄຟອຳນາດບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເກີດສະພາບສັບສົນ ເນື່ອງຈາກມີເຈົ້າໜ້າທີ່ພາກສ່ວນກ່ຽວ ຂ້ອງນຳເອົາຖັງຢາງສາມຫລ່ຽມປະມານ 10 ກວ່າອັນວາງໄວ້ ເພື່ອກັນໃຫ້ລົດທີ່ໄປແຕ່ເສັ້ນທາງຕັດໃໝ່ບໍ່ໃຫ້ລ້ຽວຂຶ້ນໄປທາງສີ່ແຍກໄຟແດງໜອງບອນ ແລະ ບໍ່ໃຫ້ລົດທີ່ມາແຕ່ກະຊວງການຕ່າງ ປະເທດລ້ຽວມາເສັ້ນທາງຕັດໃໝ່ໄດ້, ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ຜູ້ຂັບຂີ່ຈຳນວນບໍ່ໜ້ອຍບໍ່ປະຕິ ບັດຕາມການຈັດສັນການສັນ ຈອນ ຄືລົດທີ່ຂີ່ມາແຕ່ເສັ້ນທາງຕັດໃໝ່ກໍພະຍາຍາມລ້ຽວອ້ອມຖັງຢາງ ເພື່ອໄປທາງໄຟແດງໜອງບອນ ແລະ ລົດທີ່ມາແຕ່ກະ ຊວງການຕ່າງປະເທດກໍພະຍາ ຍາມລ້ຽວອ້ອມຖັງຢາງເຊັ່ນກັນ ຈຶ່ງເຮັດໃຫ້ລົດທີ່ລ້ຽວນັ້ນບາງເທື່ອກໍບໍ່ຫວິດ ຈຶ່ງໄດ້ຢຸດຢູ່ກາງທາງ ເພື່ອຫາເນື້ອທີ່ລ້ຽວຕື່ມ. ສະນັ້ນ ເຮັດໃຫ້ລົດທີ່ມາຕາມຫລັງຕ້ອງໄດ້ຢຸດ ແລະ ຕິດແອອັດໄປຕາມກັນ ໂດຍສະເພາະແມ່ນໃນຊົ່ວໂມງຮີບຮ້ອນຄືໃນໂມງເຂົ້າການເລີກການ. ນອກຈາກນີ້ ບາງເທື່ອກໍເກີດມີອຸປະຕິເຫດຕຳກັນກໍຍິ່ງເຮັດໃຫ້ການສັນຈອນກາຍເປັນອຳມະພາດ. ແນວໃດກໍຕາມ ຜູ້ຂັບຂີ່ຫລາຍຄົນໃຫ້ທັດສະ ນະວ່າ: ເພື່ອໃຫ້ຄວາມສັບສົນຂອງການສັນຈອນໄປມາໃນເສັ້ນ ທາງດັ່ງກ່າວຫລຸດຜ່ອນລົງ ຄວນເອົາຖັງຢາງທີ່ຕັ້ງກັນທາງນັ້ນ ອອກ ເພື່ອເພີ່ມເນື້ອທີ່ຂອງເສັ້ນ ທາງ ຫລື ບໍ່ດັ່ງນັ້ນ ກໍຄວນມີເຈົ້າ ໜ້າທີ່ຕຳຫລວດຈະລາຈອນມາປະຈຳໃນຈຸດດັ່ງກ່າວ ເພື່ອຊ່ວຍລະບາຍການສັນຈອນໃຫ້ສະ ດວກດີຂຶ້ນ, ຮັບປະກັນໃຫ້ການໄປມາບົນເສັ້ນທາງດັ່ງກ່າວເປັນລະ ບຽບຮຽບຮ້ອຍ, ຮັບປະກັນບໍ່ໃຫ້ເກີດອຸປະຕິເຫດແມ່ນເປັນການດີທີ່ສຸດ.

No comments:

Post a Comment