Ad

Ad

30 January 2013

ແຫລ່ງທ່ອງທ່ຽວຫີນຕັ້ງເມືອງ ຫົວເມືອງ ສິ່ງທີ່ຍັງລຶກລັບ



      ສະຖານທີ່ທ່ອງທ່ຽວຫີນຕັ້ງເມືອງຫົວເມືອງ, ແຂວງຫົວພັນ ແມ່ນອີກຈຸດຫນຶ່ງທີ່ຫນ້າສົນໃຈສະຖານທີ່ດັ່ງ ກ່າວຕັ້ງຢູ່ໃນບໍລິເວນສັນພູກອງພັນເຂດບ້ານປ່າຈ່າ, ເມືອງດ່ັງກ່າວ.
      ຕາມກສານສັນລະສູດຂອງ ນັກບູຮານຄະດີໃຫ້ຮູ້ວ່ :  ຫີນຕັ້ງ  ດັ່ງກ່າວມີອາຍຸເກ່ົາແກ່ປະມານ 1.500 ກວ່າປີຜ່ານມາແລ້ວ, ຈາກຊົນເຜ່ົາກຸ່ມຫນຶ່ງໄດ້ປະຮ່ອງ ຮອຍຫີນຕັ້ງຈຳນວນ 100 ອັນ ຢັ່ງຢາຍຍາວຢຽດໄປຕາມ ສັນພູກອງພັນ ເຊິ່ງນັກສຳຫລວດໄດ້ ຈັດເປັນ 3 ກຸ່ມໃຫຍ່ ແລະ ກຸ່ມ ນ້ອຍອີກຫລາຍໆກຸ່ມ. ຫີນຕັ້ງດັ່ງ ກ່າວແມ່ນ ຫີນກະດິດຖືກຕັດໃຫ້ ເປັນແຜ່ນບາງສູງຕັ້ງຢູ່ເປັນຈຸດ ໃນພື້ນດິນບໍລິເວນດັ່ງກ່າວເຮັດ ເປັນຮູບວົງມົນ, ມີເສັ້ນຜ່າ ສູນກາງປະມານ 2 ແມັດຂຶ້ນໄປ, ນອກຈີ້ຍັງມີປ່ຽງຫີນນ້ອຍຝັງ ຕິດກັບຜະຫນັງໃຫ້ເປັນລູກຂັ້ນ ໄດລົງສູ່ຫ້ອງພື້ນ ດິນທີ່ເປັນຫ້ອງ
ຝັັງສົບຂອງຄົນສະໄຫມນັ້ນ, ຫີນ ຕັງເມືອງຫົວເມືອງ ໄດ້ສັນສິ ຖານວ່າ : ເປັນວັດທະນະທຳ ຮ່ວມຍຸກກັບທົ່ງໄຫີນຢູ່ແຂວງ ຊຽງຂວາງ. ການສຳສຫລວດ ຄັ້ງທຳອິດມີຂຶ້ນໃນປີ ຄນ 1931 ຈາກນັກຄົ້ນ ຄວ້າຊາວຝຣັ່ງ ໄດ້ ເຂົ້າມາເຮັດການສຳຫລວດບາງ ບູຮານຄະດີໃນບໍລິເວນຫີນຕັ້ງ ແຫ່ງນີ້. ເບື້ອງຕົ້ນແມ່ນໄດ້ຄົ້ນ ພົບວັດຖຸບູຮານຈຳນວນຫນຶ່ງ ເຊັ່ນ : ໂຖໃສ່ກະດູກທີ່ເຮັດດ້ວຍ  ດິນເຜົາ, ດ້ານໃນມີເຄື່ອງປະດັບ ເອ້ຈຳນວນ ຫນຶ່ງທີ່ກ່ຽວຂ້ອງກັບ ພິທີກຳເຮັດດ້ວຍດິນເຜົາເຊັ່ນ :  ກອງ, ແຄນທອງ, ກອກຢາ, ໄຫ ເຫລົ້າ, ຖ້ວຍຈານ, ນ້ຳເຕົ້າດິນ ແລະ ອື່ນໆ. ແຕ່ເຖິງຢ່າງໃດຫີນ ຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນ ຄວາມລຶກລັບປິດສະຫນາໃຫ້ນັກ ຄົ້ນຄວ້າທາງບູຮານວັນນະຄະດີ ຮຸ່ນໃຫມ່ຈະຕ້ອງໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າໃນອະນາຄົດຕໍ່ໄປ.
     ສະຖານທີ່ທ່ອງທ່ຽວຜາຫີນ ຕັ້ງດັ່ງກ່າວ ນັບວ່າເປັນທ່າແຮງ ຫນຶ່ງໃນການນຳປະໂຫຍດຈາກການທ່ອງທ່ຽວ ມາໃຫ້ທ້ອງຖິ່ນ ເພາະແຫລ່ງທ່ອງທ່ຽວແຫ່ງນີ້  ເປັນອີກຈຸດຫນຶ່ງທີ່ສ້າງຄວາມສົນໃຈໃຫ້ກັບສັງຄົມພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນເລື້ອຍໆ. ແຕ່ປັດຈຸບັນການໂຄ ສະນາໃຫ້ແຫລ່ງທ່ອງທ່ຽວດ່ັງ ກ່າວຍັງມີຫນ້ອຍ ແລະ ບໍ່ກວ້າງຂວາງ. ເຊິ່ງສິ່ງນີ້ແມ່ນຫນ້າທີ່ ຂອງຂະແຫນງການກ່ຽວຂ້ອງ ກໍຄືອຳນາດການປົກຄອງທ້ອງຖິ່ນຈະ ຕ້ອງໄດ້ອອກແຮງຫລາຍ ຂຶ້ນ ຈຶ່ງຈະຊ່ວຍໃຫ້ກາຍເປັນ ແຫລ່ງລາຍຮັບທີ່ຫມັ້ນຄົງໃຫ້ເມືອງ ແລະ ແຂວງດັ່ງກ່າວ ເພີ່ມຫລາຍຂຶ້ນ.

No comments:

Post a Comment