Ad

Ad

29 January 2013

ປະທານສະພາແຫ່ງຊາດສຳເລັດການຢ້ຽມຢາມ ສ.ມຽນມາ



       ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ຄິນ ອອງ ມິນ ປະທານ ວຸດຖິສະພາ, ປະທານລັດ ຖະສະພາ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ; ພະນະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ພ້ອມຄະນະໄດ້ດຳເນີນການ ຢ້ຽມຢາມສັນທະວະໄມຕີຢ່າງເປັນທາງ ການປະເທດດັ່ງກ່າວ ລະ ວ່າງວັນ ທີ 22 - 26 ມັງກອນ 2013 ນີ້ເພື່ອເສີມຂະຫຍາຍສາຍ ພົວພັນມິດ ຕະພາບຖານບ້ານໃກ້ເຮືອນຄຽງ ແລະການຮ່ວມມືທີ່ດີອັນມີມູນເຊື້ອ ຕໍ່ກັນມາແຕ່ດົນນານ ລະຫວ່າງສອງປະເທດກໍຄືປະຊາຊົນສອງຊາດ ລາວ-ມຽນມາ ໂດຍສະເພາະແມ່ນ ສອງອົງການນິຕິບັນຍັດຂອງສອງ ປະເທດໃຫ້ນັບມື້ແໜ້ນແຟ້ນ ແລະເຕີບໃຫຍ່ຂະຫຍາຍຕົວ.
      ການຢ້ຽມຢາມຄັ້ງນີ້,ຄະນະຜູ້ແທນຂັ້ນສູງສະສະພາແຫ່ງຊາດລາວ ໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນ ແລະ ຕັມໄປດ້ວຍໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນ ຄຽງຢ່າງສົມກຽດຈາກພະນະທ່ານ ຄິນ ອອງ ມິນ ປະທານ ວຸດທິສະພາ, ປະທານ ລັດຖະສະພາ ແຫ່ງ ສສ ມຽນມາ ພ້ອມການນຳ ແລະພະນັກງານທີ່ກ່ຽວຂ້ອງ. ການພົບປະ ແລກປ່ຽນຄຳເຫັນ ໄດ້ດຳເນີນໄປ ດ້ວຍບັນ ຍາກາດ ທີ່ສະໜິດສະໜົມ ແລະເປັນກັນ
ເອງຢ່າງສ້າງສັນດີ, ພາຍຫຼັງ ແຈ້ງສະພາບພົ້ນເດັ່ນໃນ ການ ພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນໄດ້ ຮັບຊາບແລ້ວ, ພະນະທ່ານ ປະ ທານສະພາແຫ່ງຊາດລາວ ໄດ້ ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມ ໃນການສ້າງສາພັດທະນາປະ ເທດຊາດ ທີ່ລັດຖະສະພາ ກໍຄືປະ ຊາຊົນມຽນມາຍາດມາໄດ້ ໃນ ໄລຍະຜ່ານມາ, ພ້ອມທັງສະແດງ ຄວາມຍ້ອງຍໍ ຊົມເຊີຍຜົນສຳເລັດ ຂອງການ ເລືອກຕັ້ງທົ່ວໄປ ແລະ ເລືອກຕັ້ງເພີ່ມໃນປີທີ່ຜ່ານ ມາ ໂດຍພະນະທ່ານ ຄິນ ອອງ ມິນ ໄດ້ຮັບການເລືອກຕັ້ງໃຫ້ດຳລົງ ຕຳແໜ່ງເປັນປະທານວຸດທິສະພາ ແລະປະ ທານ ລັດຖະສະພາ ແຫ່ງ ສາທາລະນະລັດສະຫະພາບມຽນ ມາ ແລະເຊື່ອໝັ້ນຢ່າງຍິ່ງວ່າພາຍ ໃຕ້ ການນຳພາ ຂອງພະ ນະທ່ານ ປະທານລັດຖະສະພາ ແລະປະ ຊາຊົນມຽນມາ ຈະສາມາດຜ່ານ ຜ່າອຸບປະສັກ ແລະສິ່ງທ້າ ທາຍຕ່າງໆ ບົນເສັ້ນທາງແຫ່ງການ ສ້າງ ຄວາມປອງ ດອງພາຍໃນ ແລະນຳພາປະເທດຊາດກ້າວສູ່ຄວາມທັນສະ ໄໝ, ສີວິໄລ ແລະ ມີປະຊາທິປະໄຕ.
         ທຸກຂໍ້ສະເໜີ ຂອງສະພາ ແຫ່ງຊາດ ສປປ ລາວ ໄດ້ຮັບ ການຕອບຮັບເປັນຢ່າງດີ ດ້ວຍ ໄມ ຕີຈິດມິດຕະພາບ ແລະການ ຮ່ວມມືຢ່າງຈິງໃຈ ໂດຍສະເພາະ ແມ່ນການເພີ່ມທະວີ ການແລກ ປ່ຽນບົດຮຽນ ນຳກັນລະຫວ່າງ ຄະນະຜູ້ແທນ ສອງອົງການນິຕິ ບັນຍັດ ຂອງສອງປະເທດ ນັບ ແຕ່ລະດັບກຳມາທິການຈົນ ເຖິງ ລະດັບວິຊາການ, ເພີ່ມທະວີ ການແລກປ່ຽນບົດຮຽນ ແລະ ປະສົບ ການທີ່ດີນຳກັນລວມທັງ ການ ແລກປ່ຽນຂໍ້ມູນ ຂ່າວສານ ແລະ ການສະໜອງເຕັກໂນໂລຢີ, ການສ້າງລະບົບນິຕິກຳກໍຄືການ ກໍ່ສ້າງບຸກຄະລາກອນທີ່ກ່ຽວ ຂ້ອງ, ເພີ່ມທະວີການສະໜັບສະ ໜູນຊຶ່ງ ແລະກັນຫຼາຍຂຶ້ນໃນເວ ທີພາກພື້ນ ແລະສາກົນ, ພ້ອມທັງ ຊຸກຍູ້ລັດຖະບານ ຂອງປະເທດ ຕົນ ໃນການຈັດຕັ້ງປະຕິບັດສັນ ຍາ ແລະບົດບັນທຶກຊ່ວຍຈຳທີ່ທັງ ສອງປະເທດໄດ້ລົງນາມຮ່ວມ ກັນນັ້ນ ໃຫ້ເກີດ ດອກອອກຜົນ ຍິ່ງໆຂຶ້ນ.
          ໄປຄຽງຄູ່ກັນນັ້ນ, ລັດຖະ ສະພາ ມຽນມາ ກໍໄດ້ສະເໜີ ໃນ ການເພີ່ມທະວີການ ຮ່ວມມືກັນ ນອກຈາກໃນຂົງເຂດ ການເມືອງ ແລ້ວ, ຍັງຈະຕ້ອງເພີ່ມທະວີຊຸກ ຍູ້ສະໜັບ ສະໜູນການຮ່ວມມື ໃນຂົງເຂດເສດຖະກິດ, ກະສິກຳ, ອຸສາຫະກຳ, ບໍ່ແຮ່, ການຄ້າ ແລະ ຂົງເຂດວັດທະນະທຳ-ສັງຄົມເປັນ ຕົ້ນແມ່ນ ດ້ານການສຶກສາ, ສາ ທາລະນະສຸກ ແລະອື່ນໆ ຊຶ່ງລາຍ ລະອຽດແມ່ນມອບ ໃຫ້ພາກສ່ວນ ກ່ຽວຂ້ອງເປັນ ຜູ້ຈັດຕັ້ງປະຕິບັດ ຕົວຈິງ ເພື່ອຜົນປະໂຫຍດ ຂອງ ປະຊາຊົນ ທັງສອງປະເທດ.
          ການຢ້ຽມຢາມສັນຖະວະ ໄມຕີຢ່າງເປັນທາງການ ສສ ມຽນມາ ຂອງຄະນະຜູ້ແທນຂັ້ນ ສູງສະພາ ແຫ່ງ ຊາດລາວ ໃນຄັ້ງ ນີ້ ຍັງໄດ້ຮັບກຽດເຂົ້າ ຢ້ຽມຂ່ຳ ນັບ ພະນະທ່ານ ເທນ ເຊນ ປະ ທານາທິບໍດີ ສສ ມຽນມາ ແລະ ເຂົ້າພົບປະພະນະທ່ານ ທູຣາ ອູ ສະເວ ມານ, ປະທານສະພາຕ່ຳ ແຫ່ງ ສສ ມຽນມາ ອີກດ້ວຍ ແລະ ໃນໂອກາດດັ່ງກ່າວ ພະນະທ່ານ ເທນ ເຊນ, ປະທາານາທິບໍດີ ສສ ມຽນມາ ກໍໄດ້ສະແດງຄວາມຍິນ ດີຕ້ອນ ຮັບອັນອົບອຸ່ນ ແລະ ຕີລາ ຄາສູງຕໍ່ການເດີນທາງ ມາຢ້ຽມ ຢາມ ສສ ມຽນມາ ຂອງພະນະ ທ່ານ ປານີ ຢາທໍ່ຕູ້ ແລະຄະນະ ໃນຄັ້ງນີ້ ຊຶ່ງເປັນຂີດ ໝາຍສຳ ຄັນອັນໃໝ່ໃຫ້ແກ່ການ ເສີມຂະ ຫຍາຍ ສາຍພົວພັນມິດຕະພາບ ແລະການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ສອງປະເທດ ແລະ ປະຊາຊົນສອງຊາດ ມຽນມາ- ລາວ ມີມາແຕ່ດົນນານແລ້ວນັ້ນ ໃຫ້ສືບ ຕໍ່ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ, ພ້ອມທັງສະແດງຄວາມຊົມ ເຊີຍ ທັງ ສອງປະ ເທດຈະໄດ້ມີ ຂົວມິດຕະພາບຂ້າມ ແມ່ນ້ຳຂອງ ລະຫວ່າງແກ້ງລາບ ລັດຊານ ແລະຊຽງກົກ ເມືອງລອງ ແຂວງ ຫຼວງນ້ຳທາ ຈະເປັນຂົວຕໍ່ອຳ ນວຍຄວາມສະດວກໃນການໄປ ມາຫາສູ່ ແລະ ການຮ່ວມມືແລກ ປ່ຽນສິນຄ້າ ລະຫວ່າງປະຊາຊົນ ຂອງສອງປະ ເທດໄດ້ຮັບການຂະ ຫຍາຍຕົວ ຢ່າງກວ້າງຂວາງ ແລະ ຮອບດ້ານໃນອະນາຄົດ. ພ້ອມນັ້ນ ທ່ານປະທານາທິບໍດີ ມຽນມາ ຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ ຜົນສຳເລັດອັນສະຫງ່າ ງາມທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບຈັດ ກອງປະຊຸມ ການເປັນຄູ່ຮ່ວມລັດ ຖະສະພາ ອາຊີ-ເອຣົບ 7 (ASEP 7) ແລະ ກອງ ປະຊຸມສຸດຍອດ ອາຊີ-ເອີ ຣົບ 9 (ASEM 9) ໃນທ້າຍປີ 2012 ຜ່ານມາ ແລະອວຍພອນ ໃຫ້ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະ ເທດ ມຽນມາ-ລາວ ໄດ້ຮັບການ ເສີມຂະຫຍາຍໃຫ້ຈະ ເລີນງອກ ງາມ ຂຶ້ນເລື້ອຍໆ.
         ໃນໂອກາດນີ້ຄະນະຜູ້ແທນ ຂັ້ນສູງ ສະພາແຫ່ງຊາດ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານ ການຜະລິດເສດຖະກິດ ແລະ ສະຖາປັດຕະຍະກຳວັດຖຸບູ ຮານອັນເກົ່າແກ່ທາງດ້ານວັດທະ ນະທຳທີ່ເປັນແຫຼ່ງ ທ່ອງທ່ຽວອັນ ລືຊື່ຫຼາຍແຫ່ງຢູ່ນະຄອນຢ້າງກຸງ, ບາການ ແລະນະຄອນຫຼວງເນປີ ດໍອີກດ້ວຍ.

No comments:

Post a Comment