Ad

Ad

11 July 2016

ກະຊວງ ປກສ ເນັ້ນພະນັກງານນັກຮົບເອົາໃຈໃສ່ປະຕິບັດຄຳສັ່ງນາຍົກລັດຖະມົນຕີ 15/ນຍ ໃຫ້ເຂັ້ມງວດ

           ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ໄດ້ສັ່ງໃຫ້ຄະນະພັກ-ຄະນະບັນຊາກົມກອງຕ່າງໆໃນທົ່ວປະເທດໃຫ້ເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ໂດຍສະເພາະແມ່ນໃຫ້ຄະນະບັນຊາແຕ່ລະຂັ້ນເອົາໃຈ ໃສ່ສຶກສາອົບຮົມພະນັກງານ-ນັກຮົບຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງຕໍ່ຄຳສັ່ງດັ່ງກ່າວ ເປັນຕົ້ນບໍ່ໃຫ້ໄປເຄື່ອນໄຫວລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ຄ້າໄມ້ ແລະ ອຳນວຍຄວາມສະດວກຕ່າງໆທີ່ເປັນການກະທຳຜິດ ແລະ ຂັດກັບຄຳສັ່ງສະບັບນີ້ ແລະ ພ້ອມກັນນັ້ນ ກໍໃຫ້ເອົາ ໃຈໃສ່ຊີ້ນຳເຈົ້າໜ້າທີ່ປະຈຳດ່ານສາກົນ, ປະເພນີ ແລະ ທ້ອງຖິ່ນຍົກສູງຄວາມຮັບຜິດຊອບໃນການຕິດ ຕາມ, ກວດກາ ແລະ ສະກັດ
ກັ້ນບໍ່ອະນຸຍາດໃຫ້ມີການລັກລອບເຄື່ອນຍ້າຍໄມ້ອອກຢ່າງເດັດຂາດ ແລະ ຖ້າພົບເຫັນແມ່ນໃຫ້ຍຶດໄວ້ແລ້ວດຳເນີນຄະດີຕາມລະບຽບກົດໝາຍ, ຫ້າມບໍ່ໃຫ້ພະນັກງານ-ນັກຮົບທຸກຂັ້ນແກ້ໄຂ ຫລື ອຳນວຍຄວາມ
ສະດວກໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການທຸລະກິດໄມ້ໃນການເຄື່ອນຍ້າຍໄມ້ອອກ ສປປ ລາວ ຢ່າງເດັດຂາດ, ຫາກລະເມີດແມ່ນຈະປະຕິບັດວິໄນ ຫລື ດຳເນີນຄະດີຕາມລະບຽບກົດໝາຍກຳນົດໄວ້, ທັງນີ້ກໍເພື່ອເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງຕົນໃຫ້ສອດຄ່ອງກັບລະບຽບກົດໝາຍ ກໍຄືຄຳສັ່ງ ແລະ ນິຕິກຳຕ່າງໆຂອງລັດຖະ ບານວາງອອກຢ່າງເຂັ້ມງວດ.

     ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄສັ່ງດັ່ງກ່າວໃນວັນທີ 13 ພຶດສະພາ 2016 ເພື່ອສະກັດກັ້ນສະພາບການທຳລາຍປ່າໄມ້ ແລະ ຊັບພະຍາກອນທຳມະຊາດໃຫ້ໝົດໄປ ເຊິ່ງຄຳສັ່ງດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກທຸກຂະແໜງການ ທັງພາກລັດ, ເອກະຊົນ ແລະ ທົ່ວສັງ ຄົມເປັນຢ່າງດີ ແລະ ມີຫລາຍກະຊວງ ເປັນຕົ້ນກະຊວງກະສິກຳ-ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການເງິນ ກໍໄດ້ອອກຄຳສັ່ງໃຫ້ຂະແໜງການກ່ຽວ ຂ້ອງຕົນນັບທັງສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່ຜັນຂະຫຍາຍຄຳສັ່ງດັ່ງກ່າວໃຫ້ໄດ້ຮັບຜົນດີ.

No comments:

Post a Comment