Ad

Ad

11 July 2016

ສະຫລອງວັນສ້າງຕັ້ງອາເຊັມຄົບຮອບ 20 ປີ

           ໃນວັນທີ 9 ກໍລະກົດນີ້ ທີ່ສວນປະຕູໄຊ ນະຄອນຫວງວຽງຈັນ, ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບໄລຍະທິດທາງຍາວ 2 ກິໂລແມັດແຕ່ປະຕິໄຊຫາຫໍຄຳແລ້ວກັບຄືປະຕູໄຊ ສະຫລອງວັນສ້າງຕັ້ງອາເຊັມຄົບຮອບ 20 ປີ   ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

          ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ກ່າວວ່າ: ການຍ່າງເພື່ອສຸຂະພາບຄັ້ງນີ້ໄດ້ຈັດຂຶ້ນຄັ້ງທຳອິດ ທີ່ ສປປ ລາວເປັນສະມາຊິກຂອງໜ່ວຍງານສະເຫລີມສະຫລອງຄົບຮອບ 20 ປີອາເຊັມເພື່ອເປັນການປະກອບສ່ວນໃນໂອກາດກອງປະຊຸມສຸດຍອດອາເຊັມຄັ້ງທີ 11 ທີ່ຈະ
ຈັດຂຶ້ນໃນລະຫວ່າງວັນທີ 16-17 ກໍລະກົດ 2016 ທີ່ປະເທດ ມົງໂກລີ ພາຍໃຕ້ຄຳຂັວນວ່າ: 20 ປີອາເຊັມ ການເປັນຄູ່ຮ່ວມມືໃນອະນາຄົດ ດ້ານການເຊື່ອມຈອດ ”. ນອກນັ້ນ, ຍັງຈະໄດ້ຈັດກິດຈະກໍາ ການສໍາພາດຂ່າວຜ່ານທາງສະຖານີໂທລະພາບແຫ່ງຊາດ ກ່ຽວກັບອາເຊັມ ແລະ ຈັດກອງປະຊຸມສໍາມະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານອາເຊັມ ທີ່ວິທະຍາໄລຄູສະຫວັນນະເຂດ ແຂວງສະຫວັນນະເຂດ ເພື່ອເປັນການເຜີຍແຜ່ຜົນສຳເລັດຂອງ ສປປ ລາວ ທີ່ສາມາດຍາດມາໄດ້ໃນການເຄື່ອນໄຫວວຽກງານອາເຊັມໂດຍສະເພາະ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ໃນປີ 2012 ເພື່ອໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆໃນສັງຄົມລາວເຂົ້າເຖິງບົດບາດ ແລະ ຄວາມສຳຄັນ ໃນການເຄື່ອນໄຫວວຽກງານການຮ່ວມມືອາເຊັມຕະຫລອດໄລຍະ 12 ປີຜ່ານມາ ແລະ ທິດທາງແຜນການຮ່ວມມືໃນອານາຄົດຂອງອາເຊັມ ໂດຍສະເພາະວຽກງານການເຊື່ອມຈອດລະຫວ່າງສອງທະວີ ອາຊີ-ເອີຮົບ. ນອກຈາກນີ້, ການຍ່າງເພື່ອສຸຂະພາບດັ່ງກ່າວ ຍັງເປັນກິດຈະກຳໜຶ່ງເພື່ອສະຫລອງວັນອາເຊັມທີ່ກຳນົດເອົາ 1 ມີນາ ຂອງທຸກໆປີ.

No comments:

Post a Comment