Ad

Ad

7 July 2016

ໂຄງການສ້າງລະບົບປະກັນສຸຂະພາບ ແລະ ສັງຄົມແຫ່ງຊາດ ສົ່ງຜົນດີຕໍ່ຜູ້ທຸກຍາກຂາດເຂີນ

          ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການສ້າງລະບົບປະກັນສຸຂະພາບ ແລະ ສັງຄົມແຫ່ງຊາດ ຄັ້ງສຸດທ້າຍ, ລະ ຫວ່າງ 3 ຝ່າຍຄື: ຕາງໜ້າລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ແລະ ຜູ້ຕາງໜ້າຈາກອົງການແຮງງານສາກົນ, ອົງການອານາໄມໂລກ, ຊຶ່ງເປັນໂຄງການໜຶ່ງທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນກໍລະກົດ 2012 ແລະ ໄດ້ສິ້ນສຸດລົງໃນ ເດືອນມີຖຸນາ 2016ນີ້, ໂດຍການສະໜັບສະໜູນທຶນຈາກອົງການ ILO, WHO ແລະ ລັດຖະບານ, ເພື່ອຮ່າງ ແລະ ສຳເລັດການພັດທະນາດຳລັດ, ກົດໝາຍ ແລະ ລະບຽບການຕ່າງໆໃຫ້ສອດຄ່ອງກັບນິຕິກຳ, ຍຸດທະສາດ ແລະ ທິດທາງໃນການຈັດ ຕັ້ງປະຕິບັດ, ການສຶກສາ ຕົ້ນ
ທຶນກ່ຽວກັບຜົນປະໂຫຍດການປົກປ້ອງສັງຄົມດ້ານສຸຂະພາບໄດ້ຖືກຈັດຕັ້ງປະຕິບັດ, ການປະເມີນມູນຄ່າຕາມຫຼັກຄະນິດສາດປະກັນໄພ ສຳລັບກົດໝາຍປະກັນສັງຄົມ, ໄດ້ຖືກ ດຳເນີນການ ພ້ອມໄດ້ສຶກສາຄວາມ ເປັນໄປໄດ້ ໃນການສ້າງກອງທຶນ ເພື່ອອຸດໜູນການບໍລິການຜົນປະໂຫຍດຂັ້ນຕ່ຳສຸດ (ການບໍລິການເກີດລູກຢູ່ສະຖານທີ່ບໍລິການ ແລະ ປິ່ນປົວເດັກລຸ່ມ 5 ປີ) ບໍ່ເສຍຄ່າໄດ້ຖືກ ຈັດຕັ້ງປະຕິບັດ ແລະ ກອງທຶນໄດ້ສ້າງຂຶ້ນຕິດຕາມດ້ວຍການອອກແບບ ແລະ ການ ຈັດຕັ້ງປະຕິບັດກອງທຶນສະເລ່ຍຄວາມສ່ຽງ. ຊຶ່ງຈະປະກອບສ່ວນເລັ່ງໃຫ້ການເຂົ້າຮ່ວມລະບົບ ຢູ່ຂັ້ນແຂວງໄດ້ໄວຂຶ້ນ, ການທົດລອງລະບົບປະກັນສຸຂະພາບແຫ່ງຊາດຢູ່ ເມືອງວັງວຽງ ໄດ້ລິເລີ້ມໃນເດືອນ 2/2015 ອີງຕາມຄູ່ມືທົດລອງທີ່ຮັບຮອງເອົາໂດຍລັດຖະມົນຕີ ກະຊວງສາທາລະນະສຸກ ໃນເດືອນທັນວາ 2014. ເນື່ອງຈາກວ່າການຮ່ວມລະບົບປະກັນ ສຸຂະພາບເຂົ້າກັນ ແມ່ນຍັງຕ້ອງໄດ້ສືບຕໍ່ສົນ ທະນາ ແລະ ຕົກລົງເປັນເອກະພາບກັນ ໂດຍ ສະເພາະແມ່ນບັນດາການນຳຂັ້ນຕ່າງໆ, ດັ່ງນັ້ນການເຮັດທົດລອງຢູ່ເມືອງວັງວຽງ ໃນເບື້ອງຕົ້ນ ແມ່ນກວມເອົາສະເພາະລະບົບປະກັນສຸຂະພາບແບບສະຫມັກໃຈ ຊຶ່ງເປົ້າໝາຍ ແມ່ນກວມເອົາປະຊາຊົນທີ່ມີອາຊີບອິດສະຫຼະ ຫຼື ຜູ້ບໍ່ມີເງິນປະຈຳເດືອນເຊັ່ນວ່າ: ປະຊາຊົນ ເປົ້າໝາຍຂອງກອງທຶນປະກັນສຸຂະພາບຊຸມຊົນ ແລະ ອາດຈະກວມເອົາທັງກອງທຶນສຸຂະ ພາບສຳລັບຜູ້ທຸກຍາກ (ຊຶ່ງຖືກຄຸ້ມຄອງຢູ່ພາຍໃຕ້ຫ້ອງການປະກັນສຸຂະພາບແຫ່ງຊາດ ແລ້ວ), ການອອກແບບລະບົບປະກັນສຸຂະພາບແບບສະມັກໃຈນີ້ ແມ່ນໄດ້ຖືກດັດປັບໃຫ້ ສອດຄ່ອງກັບມາດຕາຕ່າງໆທີ່ໄດ້ລະບຸໄວ້ໃນດຳລັດ 470/ລບ ຊຶ່ງລວມທັງລະບົບທີ່ມີການ ຮ່ວມຄວາມສ່ຽງແບບກວ້າງ ຂວາງຂຶ້ນ.

No comments:

Post a Comment