Ad

Ad

7 July 2016

ລາວຈະປ່່ອຍປາໃຫ້ໄດ້ຢ່າງໜ້ອຍ 40 ລ້ານໂຕໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດປີນີ້

          ກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ: ໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດປີນີ້, ຂະແໜງການຂອງຕົນມີແຜນກະຕຸກຊຸກຍູ້ໃຫ້ທ້ອງຖິ່່ນຕ່າງໆໃນຂອບເຂດທົ່ວປະເທດປ່ອຍປາຄືນສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດໃຫ້ໄດ້ຢ່າງໜ້ອຍ 40 ລ້ານໂຕ, ເພີ່ມຂຶ້ນຈາກຫຼາຍປີຜ່ານມາຄື: ປີ 2012 ທົ່ວປະເທດສາມາດປ່ອຍໄດ້ຫຼາຍກວ່າ 18 ລ້ານໂຕ, ປີ 2013 ປ່ອຍໄດ້ຫຼາຍກວ່າ 24 ລ້ານໂຕ, ປີ 2014 ປ່ອຍໄດ້ຫຼາຍກວ່າ 30 ລ້ານໂຕ ແລະ ປີ 2015 ປ່ອຍໄດ້ຫຼາຍກວ່າ 35 ລ້ານໂຕ ແລະ ສັງເກດເຫັນວ່າຂະບວນການອະລັກນຸສັດນ້ຳ-ສັດປ່າໃນແຕ່ລະປີເປັນຂະບວນກ້ວາງຂວາງ ແລະ ມີປະສິດທິຜົນຫຼາຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມສະເພາະປີນີ້ຂະແໜງການກ່ຽວຂ້ອງກໍໄດ້ອອກແຈ້ງການໄປຍັງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນທົ່ວປະເທດເອົາໃຈໃສ່ກະກຽມໃຫ້ແກ່ວັນດັ່ງກ່າວ
ໃຫ້ດີທີ່ສຸດ, ພິເສດແມ່ນຫຼັງຈາກປ່ອຍປາໄປແລ້ວ, ຕ້ອງມອບໃຫ້ອຳນາດການປົກຄອງແຂວງ, ເມືອງ ແລະ ທ້ອງຖິ່ເປັນຜູ້ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເອົາໃຈໃສ່ປົກປັກຮັກສາ, ເພື່ອຮັບປະກັນໃຫ້ປາທີ່ປ່ອຍ   ໃໝ່ເຕີບໃຫຍ່ຂະຫຍາຍພັນ, ສ້າງ ແລະ ປົກປັກຮັກສາວັງນ້ຳສະຫງວນຕ່າງໆໃຫ້ມີຄວາມອຸດົມສົມບູນ, ຂະ ນະທີ່ການກະກຽມລູກປ່າຂອງບັນດາສູນ ແລະ ສະຖານີຜະລິດລູກປາທັງພາກລັດ ແລະ ເອກະຊົນມາຮອດປັດຈຸບັນຖືວ່າບັນລຸໄດ້ຕາມເປົ້າໝາຍແລ້ວ.

          ກົມດັ່ງກ່າວໃຫ້ຮູ້ອີກວ່າ: ຈາກຂໍ້ມູນໃນປີ 2015 ທົ່ວປະເທດເຮົາມີວັງສະຫງວນທັງໝົດຫຼາຍກວ່າ 800 ວັງ, ມີສູນ ແລະ ສະຖານີຜະລິດລູກປ່າທັງພາກລັດ ແລະ ເອກະຊົນຫຼາຍກວ່າ 80 ແຫ່ງ, ຊຶ່ງສາມາດສະໜອງລູກປາໃຫ້ແກ່ຜູ້ປະກອບການລ້ຽງປາໄດ້ພຽງພໍກັບຄວາມຕ້ອງການທັງນີ້ກໍເພື່ອແນ່ໃສ່ຄືນຄວາມອດົມສົມບູນຂອງທຳມະຊາດ ແລະ ມີປາບໍລິໂພກໄດ້ຍາວນານ ແລະ ສຳລັບປ່າທີ່ຈະປ່ອຍໃນປີນີ້ສ່ວນຫຼາຍແມ່ນປາພັນພື້ນເມືອງທີ່ເໝາະສົມກັບແຫຼ່ງນ້ຳໃນທ້ອງຖິ່ນຕ່າງໆຄື: ປາເຄິງ, ປາກົດ, ປາເພ້ຍ, ປາປາກ, ປາເຂັງ, ປາດຸດ, ປາເໝັ້ນ, ປາຕອງ, ປາສະລິດ, ນອກນັ້ນຍັງມີພັນປາຕ່າງປະເທດເຊັ່ນ: ປານິນ, ປາໄນ, ປາດຸກພັນ, ປາເກັດແລບ, ປາກິນຫຍ້າ, ປາອິນເດຍ ແລະ ປາອື່ນໆອີກຫຼາຍຊະນິດໃນຈຳນວນ 40 ລ້ານໂຕ.

No comments:

Post a Comment