Ad

Ad

7 July 2016

ລາວຈະເລັ່ງຄຸ້ມຄອງສິ່ງເສດເຫລືອອັນຕະລາຍຈາກໂຮງງານອຸດສາຫະກຳ

          ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ-ການຄ້າລາວ ແລະ ອົງການ KEKO ປະເທດເກົາຫລີ, ເພື່ອຮ່ວມກັນຄຸ້ມຄອງສິ່ງເສດເຫລືອອັນຕະລາຍຈາກໂຮງງານອຸດສາຫະກຳຕ່າງໆໃນລາວ, ລວມມີມູນຄ່າ 5 ລ້ານໂດລາສະຫະລັດ, ໄດ້ມີຂຶ້ນໃນວັນທີ 6 ກໍລະກົດນີ້, ທີ່ນະ ຄອນຫລວງວຽງຈັນ, ລະຫວ່າງທ່ານ ມະໂນຮັກ ຣາຊຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ You Jae Cheon ຫົວ ໜ້າກົມທຸລະກິດໄປຕ່າງປະເທດ ອົງການ KEKO, ສາມາດຮອງຮັບການຂະຫຍາຍຕົວດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ພ້ອມທັງການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ.


          ໂຄງການດັ່ງກ່າວ ຖືກອະນຸມັດງົບປະມານຈາກອົງການ KOICA ເພື່ອນຳມາພັດທະນາເປັນລະບົບບຳບັດ ແລະ ກຳຈັດ ສິ່ງເສດເຫລືອອັນຕະລາຍຈາກໂຮງງານອຸດ ສາຫະກຳແຫ່ງຕ່າງໆ ແລະ ຍັງເປັນໂຄງການທໍາອິດຂອງລາວ, ພ້ອມນີ້ຖ້າໂຄງການດັ່ງ ກ່າວດຳເນີນໄປດ້ວຍຜົນສຳເລັດ ກໍຈະກາຍເປັນໂຄງການຕົວຢ່າງທີ່ດີ ພ້ອມທັງຂະຫຍາຍໄປແຂວງຕ່າງໆຂອງລາວອີກດ້ວຍ ເພື່ອຊ່ວຍໃຫ້ພວກເຮົາສາມາດປົກປັກຮັກສາສິ່ງແວດລ້ອມທີ່ດີຂອງປະເທດ.

No comments:

Post a Comment