Ad

Ad

7 July 2016

ໜຸ່ມຕີນຈັງໄຮຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ

            ໃນລະຫວ່າງ 3-4 ເດືອນມານີ້ ໄດ້ມີປາກົດການຫຍໍ້ທໍ້ທາງສັງຄົມປະເພດໜຶ່ງເກີດຂຶ້ນ ຄືມີຄົນບໍ່ດີອອກລາດຕະເວນຢັນລົດຈັກຂອງປະຊາຊົນຕາມເສັ້ນທາງໃນຕົວເມືອງ ເຊິ່ງມີຜູ້ຕົກເປັນເຫຍື່ຂອງມັນເປັນຈຳນວນຫລາຍລາຍໂດຍບໍ່ຮູ້ສາເຫດ ແລະ ບໍ່ມີຄວາມຄາດແຄ້ນໃດໆ ແລະ ກໍບໍ່ແມ່ນເພື່ອຊີງຊັບ ຄືຢັນລົດລົ້ມແລ້ວກໍເອົາຕົວຫລົບໜີໄປ, ສ່ວນຜູ້ທີ່ຖືກຢັນກໍທັງໄດ້ຮັບບາດເຈັບ ແລະ ພາຫະນະເປ່ເພຕາມມາ.
          ພາຍຫລັງເກີດປາກົດການດັ່ງກ່າວ ເຮັດໃຫ້ສັງຄົມເກີດຄວາມລະແວງຢ້ານກົວ ແລະ ສື່ສັງຄົມອອນລາຍກໍມີການນຳສະເໜີບັນຫາທີ່ເກີດຂຶ້ນຢ່າງແຜ່ຫລາຍ ພ້ອມທັງເຕືອນໃຫ້ຜູ້ຂັບຂີ່ລົດຈັກໃຫ້ມີສະຕິລະວັງຕົວຂຶ້ນຕື່ມ ເພາະຢ້ານວ່າການກໍ່ເຫດລັກສະນະແບບນີ້ອາດເປັນພວກໂລກຈິດກໍເປັນໄດ້. ຈາກການກໍ່ເຫດນັບຫລາຍຕໍ່ຫລາຍຄັ້ງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຕ້ອງວາງກຳລັງຕິດຕາມການເຄື່ອນໄຫວຂອງຄົນຮ້າຍ
ໃນເສັ້ນທາງທີ່ມີຄວາມສ່ຽງ ແລະ ບວກກັບການເປັນຫູເປັນຕາຈາກປະຊາຊົນຊ່ວຍອີກແຮງໜຶ່ງ ໃນທີ່ສຸດເຈົ້າໜ້າທີ່ກໍສາມາດຈັບຕົວມາໄດ້ເມື່ອກາງເດືອນມິຖຸນານີ້ ໃນຂະນະກໍ່ເຫດຢັນລົດ ຈັກຊາຍຄົນໜຶ່ງຢູ່ເຂດເສັ້ນທາງບ້ານຈອມມະນີ ແລະ ຈະເອົາຕົວຫລົບໜີ ແຕ່ມີປະຊາຊົນໃກ້ຄຽງຊ່ວຍຈັບຕົວໄວ້ໄດ້ ເຊິ່ງມີຊື່ວ່າທ້າວ ຕຸ້ຍ ອາຍຸ 32 ປີ ຢູ່ບ້ານສີຄູນເມືອງ ເມືອງຫົງສາ ແຂວງໄຊຍະບູລີ ແຕ່ມາພັກເຊົານຳພີ່ນ້ອງຢູ່ເຂດບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ເຫດຈູງໃຈທີ່ພາໃຫ້ອອກໄປກໍ່ເຫດການດັ່ງກ່າວກໍແມ່ນເກີດຄວາມໂມໂຫຍ້ອນບໍ່ໄດ້ເສບຢາບ້າ.
           ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ນັບແຕ່ຕົ້ນປີ 2016 ເປັນຕົ້ນມາ, ຕົນໄດ້ຂີ່ລົດຈັກເລາະຢັນລົດຈັກຄົນອື່ນໃນຕົວເມືອງຫລາຍຄັ້ງ ເປັນຕົ້ນຕາມເສັ້ນທາງເຂດບ້ານໜອງໜ່ຽງ, ເສັ້ນທາງຂ້າງຫໍປະຊຸມແຫ່ງຊາດ, ເສັ້ນທາງໜ້າໂຮງໝໍມິດຕະພາບ, ເຂດບ້ານພະຂາວ, ໂພນພະເນົາ, ໂພນຕ້ອງຈອມມະນີ, ໂພນຕ້ອງສະຫວ່າງ, ໂພນຕ້ອງສະຫວາດ, ບ້ານສະ ຫວ່າງ, ດົງໂດກ, ຄຳຮຸ່ງ, ວຽງຈະເລີນ ແລະ ອື່ນໆ, ພາຍຫລັງກໍ່ເຫດແລ້ວກໍຂີ່ລົດຫລົບໜີໄປ.          ນອກຈາກນີ້ ຕົນຍັງເຄີຍຕ້ອງໂທດມາແລ້ວຄັ້ງໜຶ່ງເປັນເວລາ 4 ປີ ຍ້ອນຄະດີຢາເສບຕິດ ແລະ ປີ 2009 ໄດ້ພົ້ນໂທດອອກມາຢູ່ນຳພີ່ນ້ອງ ແລະ ກໍໄດ້ກັບມາພົວພັນກັບຢາເສບຕິດອີກ ແລະ ເມື່ອເວ ລາຫິວຢາເສບຕິດແຮງກໍຈະມີຄວາມໂມໂຫແລ້ວອອກໄປເລາະຢັນລົດຂອງປະຊາຊົນເພື່ອລະບາຍອາລົມຮ້າຍ, ແຕ່ໃນທີ່ສຸດຜູ້ກໍ່ເຫດຮ້າຍດັ່ງກ່າວກໍຈະຖືກສານຕັດສິນລົງໂທດໃຫ້ເໝາະສົມ.


No comments:

Post a Comment