Ad

Ad

6 July 2016

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂ່ຳນັບສົມເດັດພະເທບ

            ເພື່ອຕອບສະໜອງຕາມຄຳເຊີນ ຂອງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດ ຖະມົນ ຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະ ຊາທິ ປະໄຕ ປະຊາຊົນລາວພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ, ໄດ້ເດີນທາງເຖິງ ສະໜາມ ບິນທະຫານ 2 ກອງບິນ 6 ດອນເມືອງ ກຸງເທບມະຫານະຄອນຣາຊະອານາຈັກໄທໃນຕອນ `ບ່າຍວັນທີ 5 ກໍ ລະກົດນີ້, ໂດຍການຕ້ອນຮັບຂອງທ່ານ ສົມຄິດ ຈະຕຸສີພິທັກ, ຮອງນາຍົກລັດຖະ ມົນຕີ ພ້ອມພັນລະຍາ ແລະ ຄະນະ.
             ຕອນຄ່ຳຂອງວັນດຽວກັນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມະຣີ ທີ່ວັງສຣະ ປະທຸມ ກຸງເທບ
ມະຫານະຄອນ, ໃນໂອກາດດັ່ງກ່າວ ສົມເດັດພະເທບ ກໍໄດ້ສະແດງຄວາມຍິນຕ້ອນຮັບ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລາວຢ້ຽມ ຢາມຣາຊະອານາຈັກໄທ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ-ໄທຖານບ້ານໃກ້ ເຮືອນຄຽງທີ່ດີນັ້ນໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນເລື້ອຍໆ.

            ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ກໍໄດ້ກ່າວສະແດງຄວາມຂອບ ໃຈຕໍ່ ສົມເດັດ ພະເທບທີ່ໄດ້ໃຫ້ກຽດຕ້ອນຮັບໃນໂອກາດນຳພາຄະນະຜູ້ແທນລາວຢ້ຽມຢາມ ຣາຊະອາ ນາຈັກໄທ ແລະ ເຂົ້າຂ່ຳນັບຄັ້ງນີ້ ເຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ ແລະ ຣາຊະອານາຈັກໄທ, ສ່ວນການຮ່ວມມືດ້ານເສດຖະ ກິດ ແລະ ການຄ້າ,ການລົງທຶນເຫັນວ່າປະເທດໄທຍັງເປັນປະເທດທີ່ລົງທຶນລາຍໃຫຍ່ອັນດັບ 2 ຢູ່ ສ ປປ ລາວ ແລະ ເປັນຄູ່ຄ້າອັນດັບໜຶ່ງທີ່ສຳຄັນຂອງ ສປປ ລາວ ເປັນເວລາຫລາຍປີ, ເຊິ່ງໃນປີ 2015 ເຫັນວ່າຍອດມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຈາກ 2 ຕື້ໂດລາສະຫະລັດໃນປີ 2014 ເປັນ 6 ຕື້ໂດ ລາສະຫະລັດ, ໃນນັ້ນມູນຄ່ານຳເຂົ້າສິນຄ້າຈາກໄທຫລາຍກວ່າ 4 ຕື້ໂດລາສະຫະລັດ, ສ່ວນມູນຄ່າສິນ ຄ້າລາວໄປໄທແມ່ນ 1,4 ຕື້ໂດລາສະຫະລັດ.           ໃນໂອກາດນີ້ທ່ານນາຍົກລັດຖະມົນຕີກໍໄດ້ນຳເອົາການຢື້ຢາມຖາມຂ່າວຂອງ ທ່ານ ບຸນຍັງ ວໍ ລະຈິດປະທານປະເທດ ແຫ່ງສປປ ລາວ ເຖິງສົມເດັດພະເທບຮັບຊາບ.

No comments:

Post a Comment