Ad

Ad

6 July 2016

ເພີ່ມຄວາມຮູ້ວຽກງານອາຊຽນ ແລະ ການຄ້າສາກົນໃຫ້ສື່ມວນຊົນ

             ສື່ມວນຊົນລາວຈາກຂະແໜງການຕ່າງໆເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບຫລາຍກວ່າ 40 ຄົນ ໄດ້ຮຽນຮູ້ວຽກງານອາຊຽນ ແລະ ວຽກງານການຄ້າສາກົນຂອງລາວ, ພາຍຫລັງເຫັນ ວ່າ ວຽກ ງານດັ່ງກ່າວມີຄວາມສຳຄັນຕໍ່ສື່ມວນຊົນຕ້ອງໄດ້ກຳແໜ້ນເພື່ອນຳໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຖືກຕ້ອງໂດຍການກ່າວເປີດກອງປະຊຸມຂອງທ່ານຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫວັນຄອນ ຣາຊມຸນຕຣີ.
           ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫລາຍຕໍ່ວຽກງານສື່ມວນຊົນລາວທີ່ຈະຕ້ອງໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ
ຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນມີປະສິດທິຜົນ ໂດຍສະ ເພາະແມ່ນການກະກຽມຮັບໃຊ້ໃຫ້ແກ່ການເປັນປະທານອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນປີນີ້ມີຜົນສຳເລັດຈົບງາມແນໃສ່ຜັນຂະຫຍາຍການເປັນ ປະຊາຄົມເສດຖະກິດອາຊຽນທີ່ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຫລາຍສົມຄວນ ເພາະວ່າປະເທດ ພວກເຮົາມີພູມສັນຖານທີ່ໄດ້ປຽບກວ່າຫລາຍປະເທດໃນພາກພື້ນດຽວກັນໃນການຫັນເປັນປະເທດໃຫ້ບໍລິການທາງຜ່ານໃນພາກພື້ນນີ້ ເຊິ່ງສື່ມວນຊົນຈະມີບົດບາດສຳຄັນໃນການສະໜອງຂໍ້ມູນຂ່າວສານ ແລະ ທ່າແຮງຕ່າງໆ ເພື່ອດຶງດູດການລົງທຶນເຂົ້າປະເທດໃຫ້ຫລາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນ ການຮ່ວມມື ເພື່ອພັດທະນາພາກພື້ນໃຫ້ມີຄວາມຈະເລີນ.
             ທ່ານຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ພົງສະຫວັນ ສີສຸລາດ ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະແມ່ນການປະຕິບັດຄຳ ຂວັນທີ່ວ່າ: ຫັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນທີ່ຜູ້ນຳ ອາຊຽນໄດ້ປະກາດການສ້າງຕັ້ງປະຊາຄົມອາຊຽນໃນວັນທີ 31 ທັນວາ 2015 ແລະ ໄດ້ຮັບຮອງ ເອົາວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນປະຕິບັດງານທັງ 3 ເສົາຄ້ຳ ເພື່ອຈັດຕັ້ງ ປະຕິບັດວິໄສທັດດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ທີ່ກົວລາລຳເປີ ມາເລ ເຊຍ. ປີ 2016 ເປັນປີທຳອິດສຳລັບການເປັນປະຊາຄົມອາຊຽນ ແລະ ເປັນປີທຳອິດຂອງການ ເລີ່ມ ຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025. ສະນັ້ນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້ຈຶ່ງເປັນໄລຍະແຫ່ງການສືບຕໍ່ເສີມຂະຫຍາຍປະຊາຄົມອາຊຽນໃຫ້ເຂັ້ມແຂງດ້ວຍ ການ ຫັນວິໄສທັດດັ່ງກ່າວໃຫ້ເປັນຮູບປະທຳ ໂດຍສະເພາະການຈັດຕັ້ງ 8 ບູລິມະສິດການເປັນປະທານອາ ຊຽນຂອງລາວຄືຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ຮັດແຄບຄວາມແຕກໂຕນ ທາງ ດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະ ກິດຂະ ໜາດນ້ອຍ ແລະ ກາງ, ການເຊື່ອມຈອດດ້ານການຂົນສົ່ງ ແລະ ໂລຈິດຕິກ, ການຫັນປ່ຽນ ຈາກການ ຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ ແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ ເພື່ອເສີມຂະຫຍາຍປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າໄປເລື້ອຍໆ.

          ສ່ວນການພົວພັນການຄ້າສາກົນຂອງລາວໃນໄລຍະໃໝ່, ທ່ານຮອງຫົວໜ້າກົມນະໂຍບາຍ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄຊຊະນະ ໄຊຍະກອນ ຊີ້ໃຫ້ເຫັນວ່າ: ມາຮອດປັດຈຸບັນ ສປປ ລາວ ມີການພົວພັນການຄ້າທັງໃນແບບສອງຝ່າຍ ແລະ ຫລາຍຝ່າຍຫລາຍກວ່າ 50 ປະເທດ ໃນໂລກ ມີມູນຄ່າປະມານ 6 ຕື້ໂດລາສະຫະລັດ, ໃນນັ້ນມູນຄ່າການຄ້າກັບອາຊຽນບັນລຸຫລາຍກວ່າ 4 ຕື້ໂດລາສະຫະລັດ ກວມຫລາຍກວ່າ 60% ຂອງການຄ້າກັບຕ່າງປະເທດຂອງ ສປປ ລາວ. ສ່       ວນມູນຄ່າການຄ້າໃນອາຊຽນມາຮອດປັດຈຸບັນກໍບັນລຸເຖິງ 2 ພັນກວ່າຕື້ໂດລາສະຫະລັດ ກວມປະມານ 20-25% ຂອງອັດຕາການຄ້າທົ່ວໂລກ, ການລົງທຶນບັນລຸຫລາຍກວ່າ 22 ພັນຕື້ໂດ ລາສະຫະລັດ ກວມປະມານ 17-18% ຂອງການລົງທຶນໃນໂລກ ເຊິ່ງການພົວພັນຮ່ວມມື ແລະ ຜົນປະໂຫຍດດ້ານການຄ້າຂອງບັນດາປະເທດສະມາຊິກອາຊຽນໃນຕໍ່ໜ້ານີ້ແມ່ນສືບຕໍ່ປະຕິບັດບັນດາກົນໄກ ແລະ ລະບຽບການ ເພື່ອກ້າວສູ່ການຫລຸດຜ່ອນຂັ້ນຕອນການກວດກາສິນຄ້າໃຫ້ໜ້ອຍລົງ, ຊ່ວຍບັນດາຜູ້ປະກອບການອາຊຽນໃນການລົງທຶນ, ການເຂົ້າເຖິງຕະຫລາດໜຶ່ງດຽວ, ລຶບລ້າງສິ່ງ ກີດຂວາງຕ່າງໆຂອງການພົວພັນດ້ານການຄ້າ ແລະ ການຂົນສົ່ງ, ຄວາມປອດໄພຂອງສິນຄ້າ ແລະ ລວມເຖິງການລຶບລ້າງອັດຕາພາສີຢູ່ໃນອາຊຽນເປັນ 0% ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ອາຊຽນມີຄວາມເຂັ້ມແຂງ.

No comments:

Post a Comment