Ad

Ad

6 November 2013

ກອງປະຊຸມປະເມີນຜົນການບໍລິຫານງານອົງການໂທລະຄົມອາຊີ-ປາຊີຟິກ



         ອົງການ​ໂທລະ​ຄົມມະນາ ຄົມ ​ອາຊີ-ປາຊີ​ຟິກ, ໄດ້​ເປີດ​ກອງ​ປະຊຸມ​ຄະນະ​ກຳມະການ​ບໍລິຫານ ຄ້ັງທີ 37 ຂອງ​ຕົນ​ຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 5-8 ພະຈິກນີ້,ທີ່​ນະ ຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ໃຫ້​ກຽດ​ເຂ້ົາຮ່ວມ​ ​ແລະ ກ່າວ​ເປີດ​ກອງ​ປະຊຸມ ​ຂອງ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການກະຊວງ​ໄປສະນີ, ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ, ມີທ່ານ ​ໂຕ​ຊິ​ຢູກິ ຢາ​ມາ​ດະ ​ເລຂາທິການ​ໃຫຍ່ອົງການ​ໂທລະ​ຄົມ​ອາຊີ-ປາຊີ​ຟິກ ​ແລະ ຜູ້​ແທນ 100 ກວ່າ​ທ່ານ ຈາກ 26 ​ປະ​ເທດ​ສະມາຊິກ ເຂົ້າຮ່ວມ.
              ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ປຶກສາ​ຫາລື ​ແລະ ປະ​ເມີນ​ຜົນ​ການ​ບໍລິຫານ​​ງານ ຂອງອົງການ​ໂທລະ​ຄົມອາຊີ- ປາຊີ​ຟິກ ​ໄລຍະ 1 ປີ (2012-2013) ​ເປັນຕົ້ນ​ແມ່ນ ທົບ​ທວນຄືນ​ການຈັດຕັ້ງປະຕິບັດ ​ແລະ ຮັບຮອງ​ເອົາ​ແຜນ​ງານ, ແຜນ​ງົບປະມານ​ບໍລິຫານ​ປະ ຈຳ​ປີ ​ແລະ ປັບປຸງລະບຽບ​ການ​ຄຸ້ມ​ຄອງ​ຂອງ​ອົງການ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ. ​ໃນ​ປີ ຜ່ານມາ ອົງການ​ໂທລະ​ຄົມ ​ອາຊີ-ປາຊີ​ຟິກ ມີ​ບົດ ບາດ​ສູງ​ເດັ່ນ​ຂຶ້ນດ້ວຍ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ຕົນເຊັ່ນ​: ການຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ດ້ານ​ໂທລະ​ຄົມມະ ນາຄົມ​ຊັ້ນນຳ​ຂອງ​ໂລກ, ການ​ພັດທະນາ​ນະ​ວັດຕະ​ກຳ​ໃໝ່ໆ ​ເພື່ອ​ເປັນ​ການ​ຂະ ຫຍາຍ​ຕະຫລາດດ້ານ​ໂທລະ​ຄົມມະນາຄ​ົມ​ໃຫ້​ນັບ​ມື້ກວ້າງຂວາງ ​ເພື່ອ​ເປັນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ທົ່ວ​ໂລກ.

          ສຳລັບ ສປປ.ລາວ ​ນັບ​ແຕ່​ ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ດັ່ງກ່າວ ​ໃນ​ວັນ​ທີ 19 ພະຈິກ 1989 ​ເປັນຕົ້ນມາ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດຫລາຍ​ຢ່າງ​ຈາກ​ອົງການ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ກໍ່ ສ້າງ​ຊັບພະຍາກອນ​ມະນຸດ ເ​ຊິ່ງ​ ໄດ້​ເຮັບ​ທຶນ​ເຂ້ົາຮ່ວມເ​ຝິກ​ອົບ ຮົມ, ​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ວິຊາ​ການ ​ແລະ ກອງ​ປະຊຸມ​ສຳຄັນ​ລະດັບ​ບຕ່າງໆ. ນອກ​ນັ້ນ ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃນ​ການ​ພັດທະນາ ​ໂຄງ ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ລະບົບ​ໂທລະ​ຄົມມະນາຄົມ​ເຂ້ົາ​ໃນວຽກ​​ ການ​ແພດ​ທາງ​ໄກ ​ໂດຍ​ສະ​ເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ໃນ​ປີ 2009-2010 ​ໄດ້​ສຳ​ເລັດ​ການ​ຕິດ ຕັ້ງອຸປະກອນ​ຊ່ວຍ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ແພດ ​ເຊັ່ນ: ການ​ເກັບ​ກຳ​ຂໍ້​ມູນ​ຄົນ​ເຈັບ, ການ​ສົ່ງ​ຮູບ​ພາບ​ເພື່ອ​ວິ​ເຄາະ ​ແລ​ະ ​ໃຫ້​ຄຳ​ປຶກ ສາ ລະຫວ່າງ​ ໂຮງໝໍ​ແຂວງ​ຫລວງ​ພະ​ບາງ ​ແລ​ະ ​ໂຮງໝໍ 150 ຕຽງ; ​ໃນ​ປັດຈຸ​ບັນ ສປປ.ລາວ ພວມ​ຈັດຕັ້ງ ຫລາຍ ໂຄງການ​ໃນ​ຂອບ​ການ​ຮ່ວມ​ມື​ກັບ​ອົງການ​ໂທ ລະ​ຄົມ ​ອາຊີ-ປາຊີ​ຟິກ.
       ອົງການ​ໂທລະ​ຄົມ​ ອາຊີ- ປາ ຊີ​ຟິກ ​ແມ່ນ​ອົງການ​ຈັດຕັ້ງສາກົນ​ໃນ​ລະບົບ​ຂອງ​ກຳມາ​ທິການ​ ວ່າ​ດ້ວຍ​ເສດ ຖະກິດ-ສັງຄົມ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 1979, ປະ ກອບ​ມີ​​ປະ​ເທດ​ສະມາຊິກ​ທັງ​ໝົດ 38 ປະ​ເທດ ​ໃນ​ຂົງ​​ເຂດ​ອາ ຊີ​-ປາ ຊີ​ຟິກ ​ໂດຍ​ມີ​ເປົ້າ ໝາຍ​ສົ່ງ​ເສີມ​ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ທີ່​ຍືນ​ຍົງ​ ໃນ​ດ້ານ​ໂທລະ​ຄົມມະ ນາຄົມ ຢູ່​ໃນ​ຂົງ​ເຂດ ​ແລະ ທົ່ວ​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ ນະ​ໂຍ ບາຍ ​ແລະ ການ​ຄຸ້ມ​ຄອງ​ວຽກ​ງານ​ໂທລະ​ຄົມມະນາຄົມ, ຊຸກຍູ້​ການຄົ້ນຄວ້າ ​ແລະ ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ດ້ານ​ໂທລະ​ຄົມ ມະນາຄົມ, ການ​ພັດທະນາ​ຊັບພະ ຍາກອນ​ມະນຸດ ໂດຍ​ຜ່ານ​ໂຄງ ການ ​ແລະ ​ແຜນ​ງານ​ຂອງ​ຕົນ ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ ໃນ​ການ​ພັດທະນາ​ດ້ານ​ໂທລະ​ຄົມມະນາຄົມ​ຢູ່​ໃນ​ຂົງ​ເຂດ.

No comments:

Post a Comment