Ad

Ad

6 November 2013

ສານນະຄອນຫລວງວຽງຈັນຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດ



      ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ສານ​ປະຊາຊົນ​ນະຄອນ ຫລວງ​ ວຽງ​ຈັນ ​ໄດ້​ຕັດສິນ ລົງໂທດ​ທ້າວ ​ແສງ​ປະ​ເສີດ (ຫລອດ) ອາຍຸ 19 ປີ ຢູ່​ບ້ານ​ໂພນ​ຕ້ອງ​ສະຫວາດ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ຈຳ​ຄຸກ​ເປັນ​ເວລາ 5 ປີ ພ້ອມ​ປັບ​ໄໝ​ເງິນ 10 ລ້ານ​ກີບ ແລະ ທ້າວ ວຽນ ອາຍຸ 28 ປີ ຢູ່​ບ້ານ​ໂພນ​ຕ້ອງ​ຈອມ​ມະນີ ​ເມືອງ​ຈັນທະ​ບູລີ ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ 5 ປີ​ກັບ 6 ​ເດືອນພ້ອມ​ປັບ​ໄໝ​ເງິນ 10,5 ລ້ານ​ກີບ. ພາຍ ຫລັງ​ພວກ​ກ່ຽວ​ມີ​ພຶດຕິ​ກຳ​ເຄື່ອນ​ໄຫວ​ມົ້ວສຸມ ​ແລະ ຄ້າ ຂາຍ​ຢາເສບ​ຕິດ​ຢູ່​ເຂດ​ເມືອງ​ຈັນທະ​ບູລີ ນະຄອນຫລວງວຽງຈັນ ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ຜິດ​ລະບຽບ​ກົດ ໝາຍ​ບ້ານ​ເມືອງ ​ແລະ ສ້າງ​ຄວາມ​ບໍ່​ສະຫງົບ​ຕໍ່​ສັງຄົມ ​ໂດຍ​ທັງ​ສອງ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄດ້​ໃນ​ຂະນະ​ມີ​ການ​ນຳ​ສົ່ງ​ຢາ​ບ້າ​ໃຫ້​ກັບ​ຊາວ​ໜຸ່ມ​ໃນ​ເຂດ​ເມືອງ​ດັ່ງ ກ່າວ ​ເມື່ອ​ທ້າຍ​ປີ 2012 ພ້ອມ​ຂອງ​ກາງ​ຢາ​ບ້າ​ຫລາຍ​ສິບ​ເມັດ ​ແລະ ປືນສັ້ນອີກ 1 ກະບອກ.

No comments:

Post a Comment