Ad

Ad

6 November 2013

ເຂດ​ເສດຖະກິດ​ສະ​ເພາະລອງ​ແທັງ-ວຽງຈັນແມ່ນ​ການ​ລົງທຶນ​ທີ່​ມີ​ປະສິດທິ​ຜົນ​



            ພິທີ​ສະ​ເຫລີ​ມສະຫລອງ​ວັນ​ເປີດ​ນຳ​ໃຊ້​ເຂດ​ເສດຖະກິດ​ສະ​ເພາະ ລອງ​ແທັງ-ວຽງຈັນ ຄົບ ຮອບ 1 ປີ ​ໄດ້​ຈັດ​ຂຶ້ນຢ່າ​ງຄຶກ ຄື້ນ​ໃນ​ວັນ​ທີ 3 ພະຈິກ​ນີ້ ຢູ່​ສະ ໜາມກ໊ອຟລອງ​ແທງ ທີ່​ບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນ ຫລວງ​ວຽງ​ຈັນ​.
            ທ່ານ ​ເລ​ຮຸຍ​ຮວາງ ຮອງ​ປະທານ​ສະພາ​ບໍລິຫານ​ເຂດ​ເສດ ຖະກິດ​ສະ​ເພາະ​ດັ່ງກ່າວ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ​:ເຂດ​ເສດຖະກິດ​ສະ​ເພາະ ​ແຫ່ງ​ນີ້ ​ແມ່ນ​ເຂດ​ເສດຖະກິດ​ການ​ລົງທຶນ​ພຽງ​ແຫ່ງ​ໜຶ່ງ​ດຽວ​ຂອງ ສສ ຫວຽດນາມ ​ເຊິ່ງປີ​ໜຶ່ງ​ຜ່ານ​ມາ ​ເຂດ​ເສດຖະກິດ​ສະ​ເພາະ​ດັ່ງກ່າວ​ໄດ້​​ເປີດ​ນຳ​ໃຊ້​ສະໜາມ​ກ໊ອບ 18 ຫລຸມມາດ​ຕະຖານ​ຂອງ​ໂລກ ​ແລະ ສະ​ໂມ​ສອນ​ກ໊ອບຂະໜາດ​ໃຫຍ່ ​ແລະ ງົດ​ງາມ​ ດ້ວຍ​ການ​ລົງທຶນ​ທັງ​ໝົດ​ເກືອບ 100 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ໄດ້​ຮັບ​ຄວາມນິຍົມ​ຊົມ​ຊອບ​ສູງ​ຈາກ​ສັງ ຄົມ ​ແລະ ຜ່ານ​ມາສະ ໜາມກ໊ອບ​ແຫ່ງ​ນີ້ກໍ​ໄດ້​ຈັດການ​ແຂ່ງຂັນ​ຫລາຍ​ລະດັບ​ສຳຄັນ​ຕ່າງໆ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ຂັ້ນ
ສູງ​ຂອງ​ລາວ, ນັກທຸລະກິດ​ຂອງ​ສອງ​ປະ​ເທດ ລາວ​-ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ອື່ນໆ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ບັນດາ​ເຫດການ​ປະຫວັດສາດ​ສຳຄັນ​ຕ່າງໆ ອັນ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວົງ​ການ​ກິລາກ໊ອບຂອງ​ລາວ​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ສະໜາມກ໊ອບ​ແຫ່ງ​ນີ້ຍັງ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ໃນ​ເຂດ​ທ້ອງ​ຖິ່ນ​ຫລາຍ​ກວ່າ 600 ຄົນ ມີ​ລາຍ​ຮັບ​ທີ່​ໝັ້ນ ຄົງ. ພ້ອມ​ນັ້ນ ​ເຂດ​ເສດຖະ ກິດ​ສະ​ເພາະ​ແຫ່ງ​ນີ້ຍັງ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ອູ້ມຊູ​ຊ່ວຍ​ເຫລືອ​ສັງຄົມ​ອື່ນໆ ຄື​ເມື່ອ​ຜ່ານ​ມານີ້, ກໍ​ໄດ້​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳ ຖ້ວມ​ທັງ​ຢູ່​ໃນ​ລາວ ​ແລະ ສສ ຫວຽດນາມ. ນອກຈາກ​ວຽກ​ງານ​ດັ່ງກ່າວ​ແລ້ວ ​ເຂດ​ເສດຖະກິດ ລອງ​ແທັງ- ວຽງຈັນ ຍັງ​ໄດ້​ສຸມ​ທຶນ ຮອນ​ສ້າງ​ເຮືອນ​ວິນ​ລາ​ຫລູຫລາ​ທີ່​ເປັນ​ຕົວ​ແບບ​ຈຳນວນ 5 ຫລັງ ​ໃນ​ເນື້ອທີ່ 220 ​ເຮັກຕາ, ສ້າງ​ໂຮງງານ​ຜະ ລິດ​ນ້ຳດື່ມ, ​ເຄື່ອງ​ຫັດຖະກຳ​ລະ ດັບ​ສູງ​ຫລາຍ​ຊະນິດ ​ເພື່ອ​ຮັບ​ໃຊ້​ສັງຄົມ​.
           ທ່ານ ​ເລ​ຮຸຍ​ຮວາງ ​ໃຫ້​ຮູ້​ວ່າ: ກ້າວ​ເຂົ້າສູ່​ປີ 2014 ນີ້, ຈະ​ເພີ່ມ​ການ​ລົງທຶນ​ຂະຫຍາຍ​ສະ ໜາມກ໊ອບ​ໃຫ້​ໄດ້​ຕື່ມ​ອີກ 18 ຫລຸມ ​ເພື່ອ​ເພີ່ມ​ເປັນ 36 ຫລຸມ ຕາມ​ເປົ້າ ໝາຍ​ວາງ​ໄວ້, ປະກອບສ່ວນ​ສ້າງ ສາ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຕົວ​ເມືອງ​ຫລວງ​ວຽງ​ຈັນ​ນັບ​ມື້ຈະ​ເລີ​ນຮຸ່ງ​ເຮືອງ.

No comments:

Post a Comment