Ad

Ad

10 June 2016

ເຈົ້າໜ້າທີ່ສາມາດຈັບໜຸ່ມຊາວຈີນທີ່ຄາດຕະກຳຄົນສັນຊາດດຽວກັນຢູ່ເມືອງປາກຊັນ

          ເຈົ້າໜ້າທີ່ ປກສ ເມືອງປາກຊັນ ແຂວງບໍລິໄຊ ລາຍງານໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 8 ມີຖຸນານີ້, ເຈົ້າໜ້າທີ່ຕົນສາ ມາດຈັບຕົວທ້າວ ຈາວເຈຍວີ ອາຍຸ 27 ປີ (ສັນຊາດຈີນ) ຫລັງຈາກກໍເຫດຄາດຕະກຳ ທ້າວອາເວີຍ, ອາຍຸ 27 ປີ (ສັນຊາດຈີນ), ພັກເຊົາຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ຈົນເສຍຊີວິດ ດ້ວຍການເອົາມີດຄັດເຕີ້ ປາດຄໍ ເມື່ອເວລາປະມານ 18:00 ໂມງຂອງວັນທີ 8 ມີຖຸນາ 2016.

          ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ລົງມືຄາດຕະກຳທ້າວອາເວີຍແທ້ ເພື່ອຊິງຊັບ ແລະ ຫລັງຈາກນັ້ນ ກໍໄດ້ຂັບລົດຈັກຂອງຕົນລົບໜີໄປລີ້ຊ້ອນຕົວຢູ່ເມືອງປາກກະດິງ ແຕ່ຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີໃນເວລາທ່ຽງຄືນຂອງວັນດຽວກັນ.

No comments:

Post a Comment