Ad

Ad

10 June 2016

ລາວຫາລືດ້ານການຄ້າເຊື່ອມໂຍງກັບສາກົນ

          ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວາງສະແດງສິນຄ້າພາຍໃນ ແລະ ຕ່າງປະເທດ ຂຶ້ນໃນວັນທີ 8 ມິຖຸນາ ນີ້ທີ່ກະຊວງກ່ຽວດັ່ງກ່າວໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນທີກ່ຽວຂ້ອງຕ່າງໆເຂົ້າຮ່ວມ.

          ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ:ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກໃຫ້ປາກົດຜົນເປັນຈີງ ແລະ ເພຶ່ອສະຫລຸບຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວາງສະແດງສິນຄ້າພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ານມາ ແລະ ຕໍ່ໜ້າເພຶ່ອໃຫ້ມີໃບໜ້າຕໍ່ວຽກງານເສດຖະກິດ-ສັງຄົມ ຂອງຊາດ ກໍຄຶການກໍານົດນະໂຍບາຍຂອງລັດຖະບານ ໃນການເຊຶ່ອມໂຍງກັບສາກົນ
ໂດຍສະເພາະກະຊວງອຸດສາຫະກຳ ແລະ ການຄ້າ ກຳລັງພວມເຄັ່ງຮ້ອນກະກຽມກອງປະຊຸມອາຊຽນ ແລະ ເພຶ່ອກຽມຄວາມພ້ອມ ໃນການຮັບມືເປັນປະຊາຄົມເສດຖະກິດອາຊຽນ ແລະ ເປີດການຄ້າເສລີ ໃນນັ້ນເຫັນວ່າຕໍ່ກັບບັນຫາດັ່ງກ່າວ ທາງພາກລັດຖະບານກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ສູ້ຊົນຍາດແຍ່ງ ການສະໜັບສະໜູນຈາກບັນດາປະເທດໃນພາກພຶ້ນ ແລະ ສາກົນ ເພຶ່ອສ້າງໂອກາດ,ເວທີ ແລະ ກິດຈະກຳຕ່າງໆ.ເພຶ່ອຊ່ວຍໃຫ້ພາກທຸລະກິດໄດ້ໂຄສະນາໜາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ຂອງລາວ ແລະ ເພຶ່ອເປັນການດຶງດູດການຄ້າ,ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບເຕີບໃຫ່ຍຢາງຕໍ່ເນື່ອງ ຢ່າງໃດກໍດີໄລຍະຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດນະໂຍບາຍຕ່າງໆ ເພຶ່ອເຮັດໃຫ້ການສົງເສີມພາກທຸລະກິດມີຜົນງານຢ່າງເປັນຮູບປະທຳຄຶ ນະໂຍບາຍເພຶ່ອກະຕຸ້ນການຜະລິດເຂົ້າໃສ່ຜູ້ປະກອບການຂະໜາດໃຫ່ຍ, ຂະໜາດກາງ ແລະ ຂະໜາດນ້ອຍ ເພຶ່ອສະໜອງກັບຄວາມຕ້ອງການຂອງຜູ້ຊົມໃຊ້ພາຍໃນ ແລະ ສົ່ງອອກໄປຍັງຕ່າງປະເທດ, ພ້ອມດຽວກັນນັ້ນກໍໄດ້ເອົາໃຈໃສ່ຊຸກຍູ້,ສົ່ງເສີມສິນຄ້າທີເປັນທ່າແຮງຂອງລາວໄປສູ່ຕະຫລາດເປົ້າໜາຍ ເພຶ່ອຊອກຫາຄູ່ຄ້າຍາວນານດ້ວຍຫລາຍຮູບການ ແລະ ໃຫ້ສາມາດແຂ່ງຂັນກັບສິນຄ້າປະເທດອຶ່ນຯ ໃນຍຸກເຊຶ່ອມໂຍງ,ໃນນັ້ນເລີມແຕ່ປີ 2000 ເປັນຕົ້ນມາ ເຫັນວ່າການສົ່ງເສີມການເຂົ້າຮ່ວມຕະຫລາດດ້ວຍ ການຈັດຫາງານ ແລະ ນຳພາທຸລະກິດທີມີເງື່ອນໄຂໄປຮ່ວມງານວາງສະແດງສິນຄ້າທາງພາຍໃນ ແລະ ຕ່າງປະເທດ ທີຢູ່ໃນພາກພຶ້ນ ແລະ ສາກົນ ເຊິ່ງເຫັນວ່າ ແຕ່ລະປີລັດຖະບານລາວ ກໍໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຂອງລາວທີມີທ່າແຮງໄດ້ເຂົ້າຮ່ວມ ເພຶ່ອເປັນການຊອກຫາໂອກາດ ໃນການນໍາສະເໜີສິນຄ້າຂອງຕົນ ຈັບຄູ່ທຸລະກິດ ແລະ ເປັນເວທີໃນການເຈລະຈາຊື້-ຂາຍສິນຄ້າຮ່ວມກັນ.

No comments:

Post a Comment