Ad

Ad

10 June 2016

ເລັ່ງປັບຫນ້າທາງ ຈີ່ນາຍໂມ້-ບ້ານຊາຍຟອງ ສະດວກຕໍ່ການໄປມາໃນຊ່ວງລະດູຝົນ


        ທ່ານ ຄູນສົມບັດ ເຟື້ອຍມະນີວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ຈີ່ນາຍໂມ້, ເມືອງສີສັດຕະນາກ - ບ້ານຊາຍຟອງ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນ ທາງເບຕົງແຕ່ 3 ແຍກຈີ່ນາຍໂມ້-ບ້ານຊາຍຟອງ, ມີຄວາມຍາວທັງໝົດ 14 ກິໂລແມັດ, ມີຄວາມໜາປະມານ 23 ຊັງຕີແມັດ, ໜ້າທາງກວ້າງ 15 ແມັດ, ທາງຍ່າງເບື້ອງລະ 1,5 ແມັດ, ເພື່ອຮອງຮັບສະພາບການສັນຈອນຢ່າງຫລວງຫລາຍໃນແຕ່ລະມື້, ໂດຍແມ່ນບໍລິສັດ ຫາຍ ຫານ ການທຸລະກິດ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າຫລາຍກວ່າ 50 ລ້ານໂດລາ ສະຫະລັດ ຫຼື ປະມານ 400 ກວ່າຕື້ກີບ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ໃນເດືອນເມສາ 2016, ແລະ ຄາດວ່າຈະໃຫ້ສຳເລັດພາຍໃນເດືອນກໍລະກົດ 2017. ປັດຈຸບັນພວມເລັ່ງປັບຫນ້າ ທາງຂອງເສັ້ນທາງດັ່ງກ່າວໃຫ້ສຳເລັດໂດຍໄວ ເພື່ອອໍານວຍຄວາມສະດວກໃນ ການໄປມາຂອງປະຊາຊົນ, ໃນຊ່ວງລະດູຝົນທີ່ເຫັນກໍມີຄວາມຫຍຸ້ງ ຍາກສົມຄວນໃຫ້ຜູ້ໃຊ້ລົດໃຊ້ຖະໜົນສັນຈອນໄປມາ ໃຫ້ການຮ່ວມມື ແລະ ຄ່ອຍໄປຄ່ອຍມາ ເພື່ອຄວາມປອດໄພຂອງທຸກຄົນ.

No comments:

Post a Comment