Ad

Ad

10 June 2016

ລາຄາພືດຜັກຢູ່ຕະຫຼາດໃຫຍ່ຫລາຍແຫ່ງຖີບໂຕສູງຂຶ້ນ

          ຈາກການລົງຕິດຕາມສະພາບລາຄາສິນຄ້າຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ເຊັ່ນ: ຕະຫຼາດສະພານທອງ, ໂພນສະຫວ່າງຂົວດິນ ແລະ ແຫ່ງອື່ນໆຂອງນັກຂອງພວກ ເຮົາໃນວັນທີ 8 ມິຖຸນານີ້, ເຫັນວ່າລາຄາສິນຄ້າປະເພດພືດຜັກຍັງມີທ່າອ່ຽງຖີບຕົວສູງຂຶ້ນເຊັ່ນ: ໝາກເຜັດລາຄາ 45 – 50 ພັນກີບ/ກິໂລ, ໜອມບົ່ວ 30 – 35 ພັນກີບ/ກິໂລ, ຫອມປ້ອມ 35 – 40 ພັນກີບ/ກິໂລ ແລະ ພືດຜັກອື່ນໆເປັນຕົ້ນ: ຜັກສະຫຼັດ, ໝາກນາວ, ໝາກເລັ່ນຫອມລາບ, ໝາກຖົ່ວ, ຜັກບົ້ງ ຂີງ, ຂ່າກໍເຫັນວ່າມີລາຄາແພງຂື້ນເຊັ່ນດຽວກັນ ,ໂດຍຊາວຄ້າຫຼາຍສ່ວນຫຼາຍໃຫ້ເຫດຜົນວ່າ:  ພໍຮອດໄລຍະກ້າວສູ່ລະດູຝົນຂອງທຸກໆປີພືດຜັກປະເພດຕ່າງໆຈະມີລາຄາສູງຂຶ້ນ, ຍ້ອນຊາວສວນຈຳນວນຫຼາຍໄດ້ຫັນເອົາເນື້ອທີ່ຜັກໄປປູກພືດຊະນິດອື່ນແທນເຖິງຢ່າງໃດກໍຕາມຄາດວ່າລາຄາພືດຜັກຍັງຈະສືບຕໍ່ແພງຂຶ້ນຕື່ມອີກເລັກນ້ອຍຖ້າຫາກວ່າການຕອບສະໜອງບໍ່ພຽງພໍ
ກັບຄວາມຕ້ອງການຂອງຜູ້ບໍລິໂພກ. ແຕ່ກົງກັນຂ້າມລາຄາສິນຄ້າປະເພດຊີ້ນ ພັດຢູ່ໃນເກນປົກກະຕິ ຄື: ຊີ້ນງົວ 70 – 75 ພັນກີບ/ກິໂລ, ຊີ້ນໝູ 30 – 40 ພັນກີບ/ກິໂລ, ເປັດ,ໄກ່ 35 – 45 ພັນກີບ/ກິໂລ,ຂະນະດຽວກັນລາຄາປະເພດປາ ແລະ ສັດນ້ຳພັດມີທ່າອ່ຽງຫຼຸດລົງເຊັ່ນ:  ປານິນກະຊັງ - ປາດຸກພັນ 15-18 ພັນກີບ/ກິໂລ, ປາດຸກນາ , ອ່ຽງ , ກົບທຳມະຊາດ 60 – 70 ພັນກີບ/ກິໂລ ແລະ ປາທຳມະຊາດອື່ນໆກໍເຫັນວ່າມີລາຄາຫຼຸດລົງ, ຍ້ອນປັດຈຸບັນເປັນລະດູທີ່ຫາປາໄດ້ງ່າຍ.

No comments:

Post a Comment