Ad

Ad

10 June 2016

ປະທານປະເທດ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 12-14 ມິຖຸນານີ້

     ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ດ້າຍ ກວາງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະໄດ້ເດີນທາງມາຢ້ຽມ ຢາມທາງລັດຖະກິດ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແຕ່ວັນທີ 12-14 ມິຖຸນານີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

    ທ່ານ ເຈິນ ດ້າວ ກວາງ ເກີດເມື່ອວັນທີ 12 ຕຸລາ 1956 ທີ່ແຂວງນິ່ງບິງ, ວຸດທິການສຶກສາ ສາສະ ດາຈານ ປະລິນຍາເອກ. ປີ 1972-1975 ເປັນນັກສຶກສາໂຮງຮຽນຕຳຫລວດປະຊາຊົນສູນກາງ ແລະ ໂຮງຮຽນອັກສອນສາດຊັ້ນສູງ, 1975-1987 ເປັນພະນັກງານກົມປ້ອງກັນການເມືອງ 1 ກະຊວງ
ພາຍໃນ, ຮອງຫົວໜ້າຫ້ອງສອດແນມ ກົມປ້ອງກັນການເມືອງ 2 ກະຊວງພາຍໃນ, ປີ 1987-1990 ເປັນຫົວໜ້າຫ້ອງເສນາທິການ ແລະ ຫົວໜ້າຫ້ອງສອບແນມ ກົມປ້ອງກັນການເມືອງ 2 ກະຊວງພາຍໃນ, ປີ 1990-1996 ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນ ຄວາມສະຫງົບ ກະຊວງພາຍໃນ, ປີ 1996-2000 ເປັນເລຂາຄະນະພັກ, ຫົວໜ້າກົມເສນາທິການປ້ອງ ກັນຄວາມສະຫງົບ ກະຊວງຕຳຫລວດ, ປີ 2000-2006 ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ ເສນາທິການປ້ອງກັນຄວາມສະຫງົບ ກະຊວງຕຳຫລວດ ແລະ ໄດ້ຮັບເລື່ອນຊັ້ນເປັນຈັດຕະວາ, ໄດ້ຮັບ ວຸດທິການສຶກສາເປັນຮອງສາສະພາຈານ, ປີ 2006-2001 ເປັນກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງຕຳຫລວດ ແລະ ໄດ້ຮັບເລື່ອນຊັ້ນເປັນພົນຕີ, ໄດ້ຮັບວຸດທິການສຶກສາເປັນສາສະດາຈານ, ປີ 2011-2016 ເປັນກົມການເມືອງສູນກາງພັກ, ຄະນະສະພາປ້ອກັນຊາດ-ປ້ອງກັນຄວາມສະຫງົບ, ເລຂາຄະນະພັກຕຳຫລວດສູນກາງ, ລັດຖະມົນຕີກະຊວງຕຳຫລວດ, ເປັນຫົວໜ້າຜູ້ຊີ້ນຳໃຕຫງວຽນ, ສະມາຊິກສະພາແຫ່ງຊາດ ຊຸດທີ 13, ໄດ້ຮັບເລື່ອນຊັ້ນເປັນພົນໂທ 2011 ແລະ ພົນເອກ 2012 ແລະ ປັດຈຸບັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ, ຫົວໜ້າຄະນະສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

No comments:

Post a Comment