Ad

Ad

10 June 2016

ກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງແນວລາວສ້າງຊາດອັດລົງດ້ວຍຜົນສໍາເລັດຈົບງາມ

           ກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງແນວລາວສ້າງຊາດ, ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມໃນຕອນບ່າຍວັນທີ 9 ມິຖຸນານີ້, ພາຍຫລັງດໍາເນີນມາເປັນເວລາສອງວັນ ທີ່ສູນປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ບຸນຍັງ ວໍລະຈິດ, ມີບັນດາການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດ-ອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫລາຍ.

           ກອງປະຊຸມຄັ້ງສໍາຄັນນີ້, ໄດ້ເຫັນດີເປັນເອກະພາບຮັບຮອງເອົາສະຫາຍ ໄຊສົມພອນ ພົມວິ ຫານ ເປັນປະທານສູນກາງແນວລາວສ້າງຊາດ, ເລືອກເອົາຮອງປະທານຈໍານວນ 6 ສະຫາຍ ແລະ ຄະນະ
ກໍາມະການສູນກາງແນວລາວສ້າງຊາດຈໍານວນ 10 ສະຫາຍຈາກຜູ້ສະໝັກ 224 ສະຫາຍ,ໃນນີ້ຍິງ 47 ສະຫາຍ, ພະສົງ 15ອົງ. ພ້ອມນີ້ຍັງໄດ້ເປັນເອກະພາບຮັບຮອງເອົາຄາດໝາຍສູ້ຊົນການນໍາພາຂອງຄະນະກໍາມະການສູນກາງແນວລາວສ້າງຊາດຮອດປີ 2030 ແລະ ແຜນຍຸດທະສາດ 10 ປີຕໍ່ໜ້າ 2016-2025 ແລະ ປະຕິບັດ 6 ແຜນງານຕົ້ນຕໍຄື: ສຶກສາອົບຮົມ, ເຕົ້າໂຮມ ແລະ ກໍ່ສ້າງກ້ອນກໍາລັງສາມັກຄີປອງດອງທົ່ວວົງຄະນາຍາດແຫ່ງຊາດ, ເປັນໃຈກາງປະສານສົມທົບກັບພາຄີ ແລະ ພາກສ່ວນຕ່າງໆ ຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ເຂົ້າຮ່ວມຂະບວນກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປະຕິບັດ 4 ເນື້ອໃນ 4 ຄາດໝາຍ ຕາມທິດ 3 ສ້າງ,ບົນຈິດໃຈບຸກທະລຸທັງ 4 ດ້ານ, ສ້າງບ້ານສາມັກຄີ, ສ້າງກອງທຶນພັດທະນາຂັ້ນບ້ານ ແລະ ສ້າງລາຍຮັບທີ່ຖືກຕ້ອງຕາມກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເອກະລັກຂອງແຕ່ລະຊົນເຜົ່າ, ພ້ອມທັງປັບປຸງກົງຈັກ ແລະ ແບບ ແຜນວິທີເຮັດວຽກຂອງອົງການແນວລາວສ້າງຊາດແຕ່ລະຂັ້ນ, ພັດທະນາພື້ນຖານໂຄງລ່າງຂອງແນວລາວສ້າງຊາດ ແລະ ຫັນເປັນທັນສະໄໝ, ເພີ່ມທະວີການທູດປະຊາຊົນຄວາມສາມັກຄີທົ່ວປວງຊົນ ແລະ ສໍາລັບ 5 ປີຕໍ່ໜ້າຈະຫັນບາດລ້ຽວທີ່ສໍາຄັນທີ່ສຸດຄືນໍາພາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາ.

No comments:

Post a Comment