Ad

Ad

13 June 2016

ທົ່ວ​ໂລກ​ເນັ້ນຄວາມ​ປອດ​ໄພ​ຂອງ​ການບິນ​ພົນລະ​ເຮືອນ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິ​ເສດ ສະ​ແຫວ​ງສຶກສາ
     ​ໃນ​ສອງ-ສາມ​ປີຜ່ານມາ​ນີ້ ສາຍ​ການບິນ​ຂອງ​ຫລາຍໆ​ປະ​ເທດ​ໃນ​ໂລກ​ໄດ້​ເພີ່ມ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ບໍ່​ໃຫ້​ຕົກ​ເປັນ​ເປົ້າຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ແລະ ພວກ​ກໍ່​ການ​ຮ້າຍ ​ເຊິ່ງ​ເປັນ​ໄພ​ຂົ່ມຂູ່​ໝາຍ​ເລກ​ໜຶ່ງ​ສຳລັບ​ສາຍ​ການບິນ​ພົນລະ​ເຮືອນ. ສິ່ງ​ທ້າ​ທາຍ​ໃໝ່​ຖັດຈາກ​ການ​ກໍ່​ການ​ຮ້າຍ​ນັ້ນ​ເກີດ​ຈາກ​ກະ​ໂຕ​ນັກ​ບິນ​ທີ່​ມີ​ສະພາບ​ຈິດ​ຜິດ​ປົກກະຕິ ຍ້ອນ​ຄວາມ​ຄຽດ ຫລື ຍ້ອນ​ພະຍາດ​ປະຈຳ​ຕົວ. ນອກ​ນັ້ນ ກໍ​ຍັງ​ມີ​ໄພ​ອັນຕະລາຍ​ຈາກ​ຜູ້​ໂດຍສານ​ທີ່​ມີ​ພຶດຕິ​ກຳ​ອັນ​ຕະພານ​ກໍ່​ອາ​ລະວາ​ດຢູ່​ໃນ​ເຄື່ອງ​ບິນ ດັ່ງ​ທີ່​ເຄີຍ​ເປັນ​ຂ່າວ​ຢູ່​ເລື້ອຍໆ. ຢູ່​ຟີ​ລິບ​ປິນ ຫວ່າງ​ບໍ່​ດົນ​ມາ​ນີ້, ກໍ​ໄດ້​ມີ​ການ​ປັບປຸງ​ລະບຽບ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ການບິນ​ພົນລະ​ເຮືອນ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ການບິນ​ຂອງ​ປະ​ເທດ​ອື່ນໆ ​ໂດຍ​ເນັ້ນກ່ຽວ​ກັບ​ວັດຖຸ​ສິ່ງ​ຂອງ​ທີ່​ອະນຸຍາດ ​ແລະ ບໍ່​ອະນຸຍາດ​ໃຫ້​ເອົາ​ຂຶ້ນ​ເຄື່ອງ​ບິນ. ຜ່ານ​ມາ ຄົນ​ໂດຍສານ​ສາຍ​ການບິນ​ຟີ​ລິບ​ປິນ​ໄດ້​ພົບ​ຫລາຍ​ບັນຫາ​ຢູ່​ຕ່າງປະ​ເທດ ​ເພາະ​ສິ່ງ​ທີ່​ສາຍ​
ການບິນ​ຟີ​ລິບ​ປິ​ນອະນຸຍາດ​ນຳ​ຂຶ້ນ​ເຄື່ອງ​ບິນ​ຈຳນວນ​ໜຶ່ງ​ພັດ​ເປັນ​ສິ່ງ​ຕ້ອງ​ຫ້າມ​ສຳລັບ​ສາຍ​ການບິນ​ອື່ນໆ. ດັ່ງນັ້ນ ຈຶ່ງ​ເກີດ​ມີ​ກໍລະນີ​ຜູ້​ໂດຍສານ​ຕິດ​ແຮ້ວ​ຄະດີ​ຢູ່​ປະ​ເທດ​ອື່ນ. ການ​ປັບປຸງ​ລະບຽບ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຄັ້ງຫລ້າ​ສຸດ ​ໄດ້​ມີ​ການ​ກຳນົດ​ຫ້າມ​ບໍ່​ໃຫ້​ຖື​ກັບ​​ໄຟ ຫລື ​ເຫລັກ​ໄຟ​ຂຶ້ນ​ເຄື່ອງ​ບິນ​ເດັດຂາດ ບໍ່​ວ່າ​ຈະ​​ເອົາ​ໄວ້​ໃນ​ຖົງ​ຖື​ຕິດ​ໂຕ ຫລື ​ໃນ​ຖົງ​ເຄື່ອງ​ຝາກ. ສ່ວນ​ອາວຸດ, ຂອງ​ມີ​ຄົມ ​ແລະ ອື່ນໆ​ນັ້ນຕ້ອງ​ໄດ້​ຮັບ​ອະນຸຍາດ​ເປັນ​ພິ​ເສດ ​ແລະ ມີ​ການ​ຄວບ​ຄຸມ​ຄັກ​ແນ່. ຢູ່ຫລາຍ​ປະ​ເທດ​ໃນ​ເອີຣົບ​ໄດ້​ມີ​ການ​ກຳນົດ​ໃຫ້​ນັກ​ບິນ, ຜູ້​ຊ່ວຍ​ນັກ​ບິນ​ຢູ່​ໃນ​ຫ້ອງ​ຂັບ​ບໍ່​ຫລຸດ​ສອງ​ຄົນ, ຖ້າ​ໃນ​ກໍລະນີ​ໃຜ​ຜູ້​ໜຶ່ງ​ອອກ​ໄປ​ເຮັດ​ທຸລະ​ຢູ່​ຫ້ອງ​ນ້ຳກໍ​ຕ້ອງ​ໄດ້​ເອີ້ນ​ເອົາ​ພະນັກງານ​ປະຈຳ​ເຄື່ອງ​ບິນ​ທີ່​ຮູ້​ເຕັກນິກ​ການບິນ​ມາ​ຢູ່​ປ່ຽນ​ແທນ ​ເພື່ອ​ໃຫ້​ມີ​ສອງ​ຄົນ​ຢູ່​ຫ້ອງ​ຂັບ​ສະ​ເໝີ. ​ເມື່ອ​ສອງ​ປີ​ກ່ອນ​ໜ້າ​ນີ້, ນັກ​ບິນ​ສຳຮອງ​ເຄື່ອງ​ບິນ​ໂດຍສານ​ສາຍ​ການບິນ​ເຈິ​ເມິ​ນວິ​ງ (German Wing) ​ໄດ້​ຈົງ​ໃຈ​ຂັບ​ຍົນ​ຕຳ​ພູ​ແອນ (Alps) ​ໃນ​ປະ​ເທດ​ຝຣັ່ງ ​ໃນ​ຂະນະ​ທີ່​ເຂົາ​ຢູ່​ຫ້ອງ​ຂັບ​ພຽງ​ຄົນ​ດຽວ ​ເພາະ​ນັກ​ບິນ​ໃຫຍ່​ໄປ​ເຂົ້າຫ້ອງ​ນ້ຳ. ນອກຈາກ​ກຳນົດ​ຈຳນວນ​ນັກ​ບິນ​ທີ່​ຕ້ອງ​ມີໜ້າ​ຢູ່​ຫ້ອງ​ຂັບ​ແລ້ວ ກໍ​ຍັງ​ໄດ້​ປັບປຸງ​ລະບົບ​ກວດ​ສຸຂະພາບ​ຂອງ​ນັກ​ບິນ ທັງ​ສຸຂະພາບ​ດ້ານ​ຮ່າງກາຍ ​ແລະ ສຸຂະພາບ​ຈິດ​ວ່າ​ປົກກະຕິ​ ຫລື ບໍ່. ຜົນ​ພິສູດ​ທາງ​ການ​ແພດ​ຊີ້​ອອກ​ວ່າ ນັກ​ບິນ​ສຳຮອງ​ຂອງ German Wing ທີ່​ຂັບ​ຍົນ​ຕຳ​ພູ​ຄັ້ງນັ້ນມີ​ສະພາບ​ຈິດ​ໃຈ​ຜິດ​ປົກກະຕິ. ອີກ​ບັນຫາ​ໜຶ່ງ​ທີ່​ທຸກໆ​ສາຍ​ການບິນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ກໍ​ຄື​ຜູ້​ໂດຍສານ​ທີ່​ມັກ​ມີ​ພຶດຕິ​ກຳ​ເປັນ​ອັນ​ຕະພານ​ກໍ່​ອາ​ລະ​ວາດ​ໃນ​ເຄື່ອງ​ບິນ. ​ເຊັ່ນກໍລະນີ​ນັກ​ບິນ​ດື່ມ​ເຄື່ອງ​ມຶນ​ເມົາ​ກ່ອນ​ຂຶ້ນຍົນ, ນັກ​ບິນ​ໃຊ້​ອາລົມ​ຂົ່ມຂູ່​ພະນັກງານ​ບໍລິການ​ໃນ​ເຄື່ອງ​ບິນ ຍ້ອນ​ເສີ​ບອາຫານ​ບໍ່​ຖືກ​ປາກ ຫລື ຍ້ອນ​ບໍ່​ໄດ້​ບ່ອນ​ນັ່ງ​ຕາມ​ໃຈ​ມັກ, ຄົນ​ໂດຍສານ​ປະ​ເພດ​ມື​ໄວ​ຈັບ​ຕ້ອງ​ຮ່າງກາຍ​ນາງ​ອາກາດ​ແບບ​ນັກ​ເລງ. ນອກ​ນີ້​ກໍ​ຍັງ​ມີ​ຄົນ​ໂດຍສານ​ທີ່​ເວົ້າບໍ່​ຄຶດ ຫລື ທີ່​ເອີ້ນ​ວ່າ​ປະ​ເພດ “​ໄວ​ປາກ​ເສຍສິນ…” ດັ່ງ​ທີ່​ເປັນ​ຂ່າວ​ວ່າ​ມີ​ຖ້ຽວ​ບິນ​ຕ່າງປະ​ເທດ​ຫລາຍ​ຖ້ຽວ​ຕ້ອງ​ໄດ້​ລົງ​ຈອດ​ສຸກ​ເສີນ ຫລື ​ເລື່ອນ​ການບິນ ຍ້ອນ​ມີ​ຜູ້​ໂດຍສານ​ຂົ່ມຂູ່​ວ່າ​ມີ​ລະ​​ເບີດ​ໃນ​ເຄື່ອງ​ບິນ ຫລືບ​ອກວ່າ ຕົນ​ມີ​ລະ​ເບີດ​ໃນ​ຫີບ​ຫໍ່, ​ແຕ່​ເມື່ອ​ກວດ​ແລ້ວ​ບໍ່​ພົບ​ຫຍັງ. ຍ້ອນ​ແນວ​ນີ້ລະບຽບຄວາມ​ປອດ​ໄພ​ຂອງ​ສາຍ​ການບິນ​ຂອງ​ປະ​ເທດ​ຕ່າງໆ​ຈຶ່ງ​ໄດ້​ກຳນົດ​ໂທດ​ສຳລັບ​ພວກ “​ໄວ​ປາກ” ຢ່າງ​ໜັກໜ່ວງ​ກວ່າ​ເກົ່າ.

    ຢູ່ ສປ ຈີນ, ກົດ​ລະບຽບ​ການບິນ​ພົນລະ​ເຮືອນ​ທີ່​ມີ​ມາ​ແລ້ວ​ເປັນ​ເວລາ 20 ປີ ​ໄດ້​ຮັບ​ການ​ປັບປຸງ​ຄືນ​ໃໝ່ ຫວ່າງ​ບໍ່​ດົນ​ມາ​ນີ້ ​ໂດຍ​ໄດ້​ກຳນົດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຈາກ​ປັດ​ໄຈ “ຄົນ” ​ເປັນຕົ້ນຕໍ. ຄື​ພະນັກງານ​ໃນ​ອຸດສາຫະກຳ​ການບິນ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ໄດ້​ຜ່ານ​ຂັ້ນຕອນ​ການກວດ​ສອບ​ຊີວະ​ປະຫວັດ​ ​ໂດຍ​ເນັ້ນທ່າ​ອ່ຽງທີ່​ອາດ​ຈະ​ມີ​ການ​ປະ​ພຶດ​ແບບ​ອັນ​ຕະພານ ຫລື ກໍ່​ການ​ຮ້າຍ. ກົດ​ລະບຽບ​ໄດ້​ກຳນົດ​ຫ້າມ​ການ​ກະທຳ​ທີ່​ທຳລາຍ​ຄວາມ​ສະຫງົບ ​ແລະ ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຜູ້​ໂດຍສານ​ທັງ​ຢູ່​ໃນ​ເຄື່ອງ​ບິນ ​ແລະ ຢູ່​ພາກພື້ນດິນ ​ເຊັ່ນ​ການ​ຂົ່ມຂູ່​ພະນັກງານ​ການບິນ, ການ​ບໍ່​ຍອມ​ເຂົ້າ​ແຖວ​ຮັບ​ບໍລິການ​ຕາມ​ທີ່​ກຳນົດ​ໄວ້, ການ​ທຳລາຍ​ວັດຖຸ​ສິ່ງ​ຂອງ​ພາຍ​ໃນ​ອາຄານ​ການບິນ, ການ​ຢືນ​ກີດຂວາງ​ບ່ອນ​ກວດ​ປີ້​ໂດຍສານ ​ແລະ ອື່ນໆ. ທາງ​ການ ສປ ຈີນ ຖື​ວ່າ​ປັດ​ໄຈ “ຄົນ” ​ແມ່ນ​ບັນຫາ​ຕົ້ນຕໍ​ໃນ​ຂະ​ບວນການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການບິນ​ພົນລະ​ເຮືອນ, ຖ້າ​ຄົນ​ເປັນ​ໃຈ ຫລື ຮ່ວມ​ຫົວ​ກັບພວກ​ກໍ່​ການ​ຮ້າຍ​ແລ້ວ, ​ເຄື່ອງມື​ປ້ອງ​ກັນ​ຄວາມ​ປອດ​ໄພ​ອື່ນໆ​ກໍ​ຈະ​ບໍ່​ມີ​ປະ​ໂຫຍ​ດຫຍັງ​ໝົດ. ການ​ສືບສວນ​ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດ​ຢູ່​ສະໜາມ​ບິນ​ບຣຸກ​ແຊນ​ຫວ່າງ​ແລ້ວ​ນີ້ພົບ​ວ່າ​ມີ​ພະນັກງານ​ໃນ​ສະໜາມ​ບິນ​ຈຳນວນ 50 ຄົນ​ເປັນ​ໃຈ​ໃຫ້​ຄວາມ​ສະດວກ​ແກ່​ມື​ລະ​ເບີດ.

No comments:

Post a Comment