Ad

Ad

13 June 2016

ມວນຊົນຈໍານວນຫລາຍຮ່ວມບໍລິຈາກເລືອດຊ່ວຍເຫລືອສັງຄົມ

          ໃນວັນທີ 10 ມີຖຸນານີ້, ມວນຊົນຫລາຍພັນຄົນເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫລືອສັງຄົມໃນໂອກາດສະ ເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ14 ມີຖຸນາ 2004 - 14 ມີຖຸນາ 2016 ໃນນະຄອນຫລວງວຽງ, ຂະນະທີ່ພາກສ່ວນກ່ຽວຂ້ອງເປີດເຜີຍວ່າ: ແຕ່ລະປີຈຳນວນຜູ້ບໍລິຈາກເລືອດແບບສະໝັກໃຈ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງກວມປະມານ 90% ຂອງຈຳນວນຜູ້ບໍລິຈາກເລືອດທັງໝົດ. 
ງານບໍລິຈາກເລືອດຄັ້ງນີ້, ໂດຍອົງການກາແດງລາວເປັນຜູ້ຈັດ, ພາຍໃຕ້ຄຳຂວັນເລືອດເຊື່ອມຕໍ່ເຮົາໝົດທຸກຄົນ Blood connects us all” ເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງຜູ້ປະກອບສ່ວນ
ບໍລິຈາກເລືອດ ຢ່າງຕໍ່ເນື່ອງໃນໄລຍະຜ່ານມາ, ເພື່ອໃຫ້ສັງຄົມ ແລະ ຜູ້ບໍລິຈາກເລືອດ ທັງຫລາຍເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນ ໃນການມີສ່ວນຮ່ວມໃນການບໍລິຈາກເລືອດ ເຊິ່ງຕ້ອງໄດ້ອາໄສຫລາຍໆພາກສ່ວນມີສ່ວນຮ່ວມຢ່າງກວ້າງຂວງ ແລະ ເອົາໃຈໃສ່ ປັດຈຸບັນຍັງມີຄົນເຈັບ ຜູ້ທີ່ຕ້ອງການເລືອດຢ່າງຫລວງຫລາຍ ໂດຍສະເພາະ ແມ່ນແມ່ ແລະ ເດັກນ້ອຍ ຍ້ອນວ່າຈໍານວນໜຶ່ງຍັງບໍ່ທັນເຂົ້າເຖິງການບໍລິການເລືອດພຽງພໍ ແລະ ທັນເວລາ ການບໍລິຈາກເລືອດ ແມ່ນໄດ້ຊ່ວຍຊີວິດຄົນຫລາຍໆລ້ານຄົນ ແລະ ສ້າງຮອຍຍິ້ມໃຫ້ກັບຜູ້ປ່ວຍ ການສົ່ງເລືອດໄດ້ຊ່ວຍໃຫ້ສຸຂະພາບຂອງຄົນເຈັບດີຂຶ້ນຫາຍຈາກຄວາມທໍລະມານ ເຮັດໃຫ້ເຂົ້າເຈົ້າມີຊີວິດຍືນຍາວ ແລະ ມີສຸຂະພາບທີ່ດີ. ປັດຈຸບັນ ສປປ ລາວ ມີສູນຮັບບໍລິຈາກເລືອດທັງໝົດ 17 ແຫ່ງ ແລະ ໂຮງໝໍກອງທັບ 6 ແຫ່ງ ເຊິ່ງກວມເອົາທຸກແຂວງໃນທົ່ວປະເທດ ແລະ ຍັງຈະສືບຕໍ່ຂະຫຍາຍຕື່ມອີກ.

ເຂົ້າຮ່ວມງານດັ່ງກ່າວມີທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສິງ ເມໂນລາດ ຮອງປະທານ ອົງການກາແດງລາວ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ແລະ ກະຊວງ, ກົມກອງຕ່າງໆ ບໍລິສັດຫ່າງຮ້ານ ຕະຫລອດຮອດ ປະຊາຊົນເຂົ້າຮ່ວມ.      

No comments:

Post a Comment