Ad

Ad

13 June 2016

ແລກປ່ຽນບົດຮຽນການນຳໃຊ້ຮູບພາບໃນສື່ທີ່ຖືກຕ້ອງ

ວັນທີ 9 ມິຖຸນານີ້, ສະຖານທູດສະຫະລັດອາເມຣິກາ ປະຈຳລາວ ໄດ້ຈັດສຳມະນາແລກປ່ຽນບົດຮຽນການນຳໃຊ້ຮູບພາບໃນສື່ທີ່ຖືກຕ້ອງ, ໂດຍມີວິທະຍາກອນຈາກສະຖານທູດດັ່ງກ່າວພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆ ແລະ ອາຈານ,ນັກສືກສາສາຍສື່ມວນຊົນມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມເປັນຈຳນວນຫຼາຍ.

ງານສຳມະນາດັ່ງກ່າວແມ່ນຄັ້ງທຳອິດເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນປະສົບການໃນຂົງເຂດວຽກງານສື່ມ່ວນຊົນດ້ວຍກັນກ່ຽວກັບການນຳໃຊ້ຮູບພາບໃນສື່ໃຫ້ເໝາະສົມ ແລະ ຖືກ ຕ້ອງ, ໂດຍສະເພາະແມ່ນຮູບພາບທີ່ຈະໃຊ້ອອກຂ່າວຜ່ານສື່ອອນລາຍຕ່າງໆຕ້ອງຄຳນຶງເຖິງຄວາມເໜາະສົມ ແລະ ຄວາມເຂົ້າໃຈຂອງຜູ້ບໍລິໂພກສື່ໃຫ້ດີ,ກ່ອນທີ່ຈະເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຫັນຮູບພາບເຫຼົ່ານັ້ນ,ນອກນີ້ພາຍໃນງານຍັງຈັດໃຫ້ມີການຖາມ-ຕອບບັນຫາຕ່າງໆກ່ຽວກັບຮູບພາບທີ່ເໝາະສົມ ແລະ ບໍ່ເໝາະສົມໃນການອອກສື່ ແລະ ມາດຕະການຕ່າງໆກ່ຽວກັບການນຳໃຊ້ຮູບພາບທີ່ບໍ່ເໝາະສົມໃນສື່ຢ່າງກົງໄປກົງມາ ແລະ ເຫັນວ່າໄດ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບການນຳໃຊ້ຮູບໃນສື່ເປັນຢ່າງດີ.

No comments:

Post a Comment