Ad

Ad

13 June 2016

ສະຫລອງຍອດຂາຍເຕົາປະຢັດບັນລຸ 1 ແສນໜ່ວຍ


        ໂຄງການສົ່ງເສີມການຜະລິດ ແລະ ນຳໃຊ້ເຕົາປະຢັດ ທີ່ມີມູນຄ່າລວມ 2,3 ລ້ານເອີໂຣ, ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ລາວ ໃນປີ 2013 ເປັນຕົ້ນມາ, ໂດຍອົງການພັດທະນາ ປະເທດເນເທີແລນ SNV, ອົງການ ອ໋ອກສະຟາມ OFAM, ສະມາຄົມເພື່ອການສະໜັບ ສະໜູນ ແລະ ປັບປຸງຊົນນະບົດ (ສພປ) ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກສະຫະ ພາບເອີຣົບ (EU) ແລະ ໃນວັນທີ 10 ມີຖຸນາຜ່ານມາ, ໄດ້ມີພິທີສະເຫລີມສະຫລອງການຜະລິດ ແລະ ຈຳໜ່າຍເຕົາປະຢັດ ບັນລຸ 1 ແສນໜ່ວຍ, ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ. ໂຄງ ການມີເປົ້າໝາຍປະກອບສ່ວນໃນການຫລຸດຜ່ອນຄວາມທຸກຍາກ ໃນລາວ, ໂດຍຜ່ານການພັດທະນາເຕົາປະຢັດທີ່ມີການນຳໃຊ້ພະລັງງານຢ່າງມີປະສິດທິພາບ, ຊຶ່ງຈະສາມາດຫລຸດ ຜ່ອນການນຳໃຊ້ຟືນ, ຖ່ານໃນການດັງໄຟ ແລະ ທັງເປັນການຫລຸດຜ່ອນການປ່ອຍອາຍພິດຂຶ້ນສູ່ຊັ້ນບັນຍາກາດນຳອີກ.

ທ່ານ ມີແຊນ ໂກແຟັງ ອຸປະທູດ ອີຢູ ປະຈຳລາວ ກ່າວວ່າ: ການຈັດການກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ຫລຸດຜ່ອນຜົນກະທົບ ແມ່ນບູລິມະສິດຂອງອີຢູ ກໍຄືໃນທົ່ວໂລກ, ສະນັ້ນ ຢູ່ລາວ ກໍເຊັ່ນກັນ ສຳລັບໂຄງການດັ່ງກ່າວແລ້ວ ເຫັນວ່າເປັນການປະກອບສ່ວນອັນຍິ່ງໃຫຍ່ເຂົ້າໃນການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂຶ້ນສູ່ບັນຍາກາດໂລກ ແລະ ສາມາດຫລຸດຜ່ອນຄວາມທຸກຍາກພາຍໃນປະເທດໄດ້ອີກ, ຊຶ່ງເຕົາປະຢັດໜຶ່ງໜ່ວຍ ສາມາດປະຢັດການປ່ອຍອາຍກາກໂບນິກປະມານ 0,5 ໂຕນຕໍ່ປີ, ມາຮອດປັດຈຸບັນ ສາມາດຫລຸດຜ່ອນຄວັນໄດ້ແລ້ວ 35 ພັນໂຕນ ຖືໄດ້ວ່າເປັນທາງເລືອກໂຕເລືອກທີ່ດີໃນການນຳໃຊ້ເຊື້ອເພີງເຂົ້າໃນການດຳລົງຊີວິດ, ທັງໄດ້ປະກອບສ່ວນເຂົ້າໃນການແກ້ໄຂການປ່ຽນແປງຂອງດິນຟ້າອາກາດນຳດ້ວຍ.

No comments:

Post a Comment