Ad

Ad

13 June 2016

ສຸວັນນີ ໂຮມເຊັນເຕີ ເປີດໂຕຫ້ອງວາງສະແດງແບບ ຄົບຊຸດຂອງຜະລິດຕະພັນຄອັດໂຕ້ (COTTO)

ວັນທີ 11 ມີຖຸນານີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ເຊລາມິກ ອຸດ ສາຫະກຳໄທ ຈຳກັດ ຜູ້ນຳດ້ານກະໂລ້, ສຸຂະພັນ, ກ໋ອກນ້ຳ ພາຍໃຕ້ເຄື່ອງໝາຍ ຄອັດໂຕ້ (Cotto), ໄດ້ເປີດໂຕຫ້ອງວາງສະແດງ ແລະ ສະໜອງຂໍ້ມູນແບບຄົບຊຸດທັນສະໄມຂອງຜະລິດຕະພັນດັ່ງກ່າວ, ເຊິ່ງເປັນຜະລິດຕະພັນທີ່ໄດ້ມາດຕະຖານ ແລະ ເປັນທີ່ຍອມຮັບໃນທົ່ວໂລກ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນຍຸກໃໝ່. ບໍລິສັດ ເຊລາມິກ ມີຫລາຍຜະລິດຕະພັນໃຫ້ເລືອກຊື້, ເລືອກໃຊ້, ໂດຍສະເພາະ ຜະລິດຕະພັນພາຍໃນຫ້ອງນ້ຳແບບຄົບຊຸດ. ຄອັດໂຕ້ ເປັນຜະລິດຕະພັນທີ່ສວຍງາມ, ທັນສະໄໝ, ຫລູລາ ແລະ ທົນທານ. ນອກນີ້ ພາຍໃນງານ ຍັງມີກິດຈະກຳຫລາຍຢ່າງໃຫ້ລູກຄ້າທີ່ເຂົ້າມາໃຊ້ບໍລິການ ໄດ້ຮ່ວມມ່ວນຊື່ນ ເປັນຕົ້ນ ຊື້ສິນຄ້າໃນລາຄາພິເສດ, ມີຂອງແຖມຢ່າງຫລວງຫລາຍ, ພ້ອມທັງມີການປະມູນສິນຄ້າ ເພື່ອນຳເງິນດັ່ງກ່າວ ເຂົ້າໃນກອງທຶນມູນນິທິຊ່ວຍເຫລືອຄົນຍາກນຳອີກ.


ສຸວັນນີ ເປັນບໍລິສັດດຳເນີນທຸລະກິດຈຳໜ່າຍສິນຄ້າ ແລະ ບໍລິການດ້ານວັດສະດຸກໍ່ສ້າງ, ຕົບແຕ່ງເຮືອນ ແລະ ອາຄານແບບຄົບວົງຈອນ, ເຊິ່ງມີສູນວາງສະແດງທີ່ກ້ວາງຂວາງ ແລະ ທັນສະໄໝ, ພາຍໃຕ້ເຄື່ອງໝາຍການຄ້າ ສຸວັນນີ ທີ່ເປັນອັນດັບໜຶ່ງ ໃນ ສປປ ລາວ, ພ້ອມນີ້ຍັງໄດ້ຈຳໜ່າຍອຸປະກອນເຄື່ອງມືຊ່າງ, ເຟີນີເຈີ, ລິບ ແລະ ບັນໄດເລື່ອນນຳດ້ວຍ.

No comments:

Post a Comment