Ad

Ad

9 June 2016

ຖືກຄຸກ 11 ປີຍ້ອນໂຄງການບໍ່ມີຕົວຕົນ

ພາບ-ຂ່າວ : ຫນັງສືພິມ ປກສ
     ທ້າວ ແສງປະເສີດ ອາຍຸ 45 ປີ ຢູ່ບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສິນລົງໂທດເມື່ອບໍ່ດົນມານີ້ໃຫ້ຈຳຄຸກເປັນເວລາ 11 ປີ ພ້ອມປັບໄໝ 8 ແສນກີບ ແລະ ໃຫ້ໃຊ້ແທນຄວາມເສຍຫາຍໃຫ້ແກ່ໂຈດຈຳນວນ 86.400 ໂດລາສະຫະລັດ ແລະ 20 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ເຊິ່ງຄະດີມີຢູ່ວ່າ: ໃນປີ 2013 ຜູ້ກ່ຽວໄດ້ຕິດຕໍ່ຫາຄົນຮູ້ຈັກທີ່ເປັນຫົວໜ້າບໍລິສັດກໍ່ສ້າງຂົວທາງແຫ່ງໜຶ່ງວ່າຈະຂາຍໂຄງການກໍ່ສ້າງເສັ້ນ ທາງເບຕົງ ແຕ່ທາງເລກ 13 ເໜືອເຂົ້າບ້ານໜອງຂອນຫາບໍລິສັດຢາສູບລາວສາກົນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃນມູນຄ່າ 19.800.000 ໂດລາສະຫະລັດ, ແຕ່ຜູ້ກ່ຽວສະເໜີພຽງແຕ່ 15.100.000 ໂດລາສະຫະລັດ ເຊິ່ງຫົວໜ້າບໍລິສັດກໍ່ສ້າງຂົວທາງດັ່ງກ່າວຈຶ່ງຕົກລົງຈ່າຍເງິນມັດຈຳໃຫ້ກ່ອນຈຳນວນ 144.000 ໂດລາສະຫະລັດ ແລະ 40 ລ້ານກີບ, ຫລັງຈາກນັ້ນ ທັງສອງຝ່າຍຈຶ່ງໄດ້ເຊັນສັນຍາມອບ
ໂຄງການໃຫ້ກັນເປັນຢ່າງດີ ແລະ ຕົກມາຮອດຕົ້ນປີ 2014 ຫົວໜ້າບໍລິສັດດັ່ງກ່າວຈຶ່ງຮູ້ວ່າໂຄງການເສັ້ນທາງດັ່ງກ່າວບໍ່ມີຕົວຕົນຈຶ່ງໄດ້ທວງເອົາເງິນຄືນ ແລະ ຜູ້ກ່ຽວໄດ້ຈ່າຍໃຫ້ພຽງ 57.600 ໂດລາສະຫະລັດ ແລະ 20 ລ້ານກີບ, ສ່ວນທີ່ເຫລືອແມ່ນຕິດໜີ້ໄວ້ ແລະ ຊອກເອົາມາໃຊ້ແທນໃຫ້ຄົບອີກພາຍໃນ 14 ວັນ, ຫລັງຈາກນັ້ນ ຜູ້ກ່ຽວກໍໄດ້ເອົາຕົວຫລົບໜີ ຈຶ່ງແຈ້ງຕໍ່ເຈົ້າໜ້າທີ່ ແລະ ສາມາດຈັບຕົວມາດຳເນີນຄະດີໄດ້ເມື່ອກາງປີ 2015 ແລະ ຖືກ ສານຕັດສິນລົງໂທດຕາມລະ ບຽບກົດໝາຍດັ່ງກ່າວ.

No comments:

Post a Comment