Ad

Ad

9 June 2016

ການໃຊ້ຄວາມຮຸນແຮງຕໍ່ເດັກໃນລາວຍັງມີຫຼາຍ

          ໃນພິທີເຜີຍແຜ່ຜົນການສຳຫຼວດການໃຊ້ຄວາມຮຸນຕໍ່ເດັກໃນ ສປປ ລາວ ເມື່ອມໍ່ໆມານີ້, ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ (ຄມດຊ) ລາຍງານໃຫ້ຮູ້ວ່າວ່າ: ຕາມຜົນຂອງການສຳຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກສະແດງໃຫ້ເຫັນວ່າ: ການໃຊ້ຄວາມຮຸນແຮງຕໍ່ເດັກໃນປະເທດເຮົາຍັງມີຫຼາຍຢູ່, ຊຶ່ງສ່ວນຫຼາຍແມ່ນເກີດຂື້ນກັບໃນອາຍຸລະຫ່ວາງ 1324 ປີ, ແລະ ຍັງພົບວ່າມີເດັກຫຼາຍກວ່າ 1.900 ຄົນ ເຄີຍປະສົບການຄວາມຮຸນແຮງທາງຮ່າງກາຍ ແລະ ມີເດັກ 1 ໃນ 6 ຄົນເຄີຍປະສົບກັບຄວາມຮຸນແຮງທາງໃຈຈິດໃນຄອບຄົວຢ່າງໜ້ອຍໜຶ່ງຮູບແບບກ່ອນອາຍຸຈະຮອດ 18 ປີ, ມີເດັກຈຳນວນ 1 ໃນ 10 ຄົນເຄີຍປະສົບກັບການທາລຸນທາງເພດໃນເວລາເປັນເດັກ ແລະ ມີພຽງປະ ມານ 15 % ຂອງເດັກທີ່ປະສົບກັບການທຸລຸນທາງເພດທີ່ໄດ້ຮັບການຊ່ວຍເຫຼືອຟື້ນຟູຈາກເຫດການທີ່ເຂົາເຈົ້າປະສົບມາ, ຜົນ
ຂອງການສຳຫຼວດຊີ້ໃຫ້ເຫັນວ່າ: ການໃຊ້ຄວາມຮຸນແຮງຕໍ່ເດັກສ່ວນຫຼາຍແມ່ນເກີດຂຶ້ນໃນຄອບຄົວ, ພາຍໃນຄອບຄົວ, ໂຮງຮຽນ, ສະຖານທີ່ໃຫ້ການດູແລເດັກ, ສະຖານທີ່ເຮັກວຽກ ແລະໃນຊຸມຊົນຕ່າງໆ ແລະ ຜູ້ກະທຳຄວາມຮຸນແຮງຕໍ່ເດັກອາດແມ່ນພໍ່ແມ່ , ສະມາຊິກໃນຄອບ ຄົວ, ຄູອາຈານ ແລະ ອື່ນໆ, ເຖິງຢ່າງໃດກໍຕາມການສຳຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກເປັນການສຳຫຼວດທີ່ເບິ່ງຄືນກ່ຽວກັບການປະສົບກັບການໃຊ້ຄວາມຮຸນແຮງຂອງເດັກຜູ້ທີ່ີມີອາຍຸຕ່ຳກວ່າ 18 ປີ, ຊຶ່ງປະເປັນປະໂຫຍດໃນການໃຫ້ຂໍ້ມູນທີ່ຈະແຈ້ງ, ກ່ຽວກັບຂະໜາດ ແລະ ລັກຊນະຄວາມຮຸນແຮງຕໍ່ເດັກໃນທົ່ວປະເທດ ແລະ ເພື່ອການແກ້ໄຂທີ່ຖືກຕ້ອງຂອງພາກສ່ວນກ່ຽວຂ້ອງ.

No comments:

Post a Comment