Ad

Ad

9 June 2016

ຄວນເລັ່ງອະນາໄມຮ່ອງລະບາງນ້ຳໃຫ້ດີເພື່ອບໍ່ໃຫ້ເກີດນ້ຳຖ້ວມຂັງໃນຢາມຝົນ

          ດັ່ງທີ່ພວກເຮົາເຫັນນຳກັນບົດຮຽນໄດ້ພິເລດໃຫ້ເຫັນໃນຫຼາຍປີຜ່ານມາພໍຮອດລະດູຝົນ, ເສັ້ນ ທາງຫຼາຍຈຸດໃນນະຄອນຫຼວງຽງຈັນ, ໂດຍສະເພາະແມ່ນພື້ນທີຕ່ຳມັກຈະເກີດນ້ຳຖ້ວມຂັງ ແລະ ສົ່ງຜົນກະທົບບໍ່ໜ້ອຍຕໍ່ບ້ານເຮືອນຂອງປະຊາຊົນຜູ້ທີ່ຢູ່ໃກ້ເຂດດັ່ງກ່ວ, ລວມເຖິງການສັນຈອນໄປມາ, ເຊັ່ນດຽວກັບປີນີ້ພໍເລີ່ມກ້າວເຂົ້າສູ່ລະດູຝົນ,ດັ່ງປັດຈຸບັນໄດ້ເລີ່ມມີຝົນຕົກເປັນບາງໄລຍະ ແລະ ບໍ່ເຖິງຂັ້ນຝົນຕົກຮ້າຍ, ແຕ່ເສັ້ນທາງບາງຈຸດກໍເລີ່ມມີສະພາບນ້ຳຖ້ວມຂັງແລ້ວ, ອັນເນື່ອງມາຈາກຮ່ອງລະ ບາດນ້ຳອັດຕັນ, ແລະ ບາງຈຸດກໍມີບໍ່ຮ່ອງລະບາຍນ້ຳຊ້ຳ, ສ່ວນໜຶ່ງກໍຍ້ອນມີການຖົມໜອງ-ບຶງ ເພື່ອ ປຸຸກສ້າງບ້ານເຮືອນເປັນຈຳນວນຫຼາຍ, ເຖິງຢ່າງໃດກໍຕາມໄລຍະນີ້ກໍເລີ່ມກ້າວເຂົ້າສູ່ລະດູຝົນແລ້ວ, ດັ່ງນັ້ນເຫັນວ່າອຳນາດການ
ປົກຄອງ ແລະ ພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງຽງຈັນຈັນ, ຄວນຈະຕ້ອງຄຳນຶງເຖິງຜົນເສຍຫາຍຖ້າຫາກເກີດນ້ຳຖ້ວມຂັງຕາມເສັ້ນທາງໃນຕົວເມືອງ ແລະ ຄວນຮີບຮ້ອນອະນາໄມປົວແປງຄອງລະບາຍນ້ຳຕ່າງໆໃນຕົວເມືອໃຫ້ດີແຕ່ຫົວທີ, ເພື່ອບໍ່ໃຫ້ເກີດສະພາບນ້ຳຖ້ວມຂັງຮ້າຍແຮງດັ່ງປີຜ່ານມາ, ທັງເປັນການປົກປັກຮັກສາເສັ້ນທາງໃຫ້ມີອາຍຸການໃຊ້ງານໄດ້ຍາວນານ ແລະ ສ້າງໃຫ້ນະຄອນຫຼວງວຽງຈັນຮັບປະກັນການປະຕິບັດ 6 ສ ໃຫ້ປາກົດຜົນເປັນຈິງ, ສົມກັບເປັນນະຄອນຫຼວງທີ່ມີຄວາມສວຍງາມ ແລະ ໜ້າຢູ່.

No comments:

Post a Comment