Ad

Ad

8 June 2016

ຄະນະຜູ້ແທນແນວລາວສ້າງຊາດວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອານຸສອນສຳຄັນຂອງຊາດ

          ໃນຕອນເຊົ້າຂອງວັນທີ 7 ມິຖຸນານີ້, ຄະນະນຳສູນກາງແນວລາວສ້າງຊາດ, ນໍາໂດຍສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກສູນກາງແນວລາວສ້າງຊາດ, ທ່ານ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ, ພ້ອມດ້ວຍພະນັກງານຫລັກແຫລ່ງອ້ອມຂ້າງອົງການດັ່ງກ່າວ, ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິທະພັນປະທານສຸພານຸວົງ, ອານຸສອນສະຖານ ປະທານໄກສອນ ພົມວິຫານ. 
          ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຕໍ່ວິລະບູລຸດ, ພະນັກງານນັກຮົບທີ່ເສຍສະຫລະຊີວິດເລືອດເນື້ອ ໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດ ມາໃຫ້ປະເທດຊາດ, ສ້າງເງື່ອນໄຂໃຫ້ປວງຊົນລາວທັງຊາດ ໄດ້ເສີມ
ຂະຫຍາຍເຫື່ອແຮງສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.

ການວາງພວງມະລາ ແລະ ກະຕ່າດອກໄມ້ຢູ່ບັນດາອານຸສອນສຳຄັນຂອງຊາດຄັ້ງນີ້ ແມ່ນໃນໂອກາດເປີດກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງແນວລາວສ້າງຊາດ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ມີຖຸນານີ້ທີ່ນະຄອນຫລວງວຽງຈັນ.ຄະນະຜູ້ແທນແນວລາວສ້າງຊາດວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອານຸສອນສຳຄັນຂອງຊາດ
          ໃນຕອນເຊົ້າຂອງວັນທີ 7 ມິຖຸນານີ້, ຄະນະນຳສູນກາງແນວລາວສ້າງຊາດ, ນໍາໂດຍສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກສູນກາງແນວລາວສ້າງຊາດ, ທ່ານ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ, ພ້ອມດ້ວຍພະນັກງານຫລັກແຫລ່ງອ້ອມຂ້າງອົງການດັ່ງກ່າວ, ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິທະພັນປະທານສຸພານຸວົງ, ອານຸສອນສະຖານ ປະທານໄກສອນ ພົມວິຫານ. 
          ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຕໍ່ວິລະບູລຸດ, ພະນັກງານນັກຮົບທີ່ເສຍສະຫລະຊີວິດເລືອດເນື້ອ ໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດ ມາໃຫ້ປະເທດຊາດ, ສ້າງເງື່ອນໄຂໃຫ້ປວງຊົນລາວທັງຊາດ ໄດ້ເສີມຂະຫຍາຍເຫື່ອແຮງສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.
ການວາງພວງມະລາ ແລະ ກະຕ່າດອກໄມ້ຢູ່ບັນດາອານຸສອນສຳຄັນຂອງຊາດຄັ້ງນີ້ ແມ່ນໃນໂອກາດເປີດກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງແນວລາວສ້າງຊາດ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ມີຖຸນານີ້ທີ່ນະຄອນຫລວງວຽງຈັນ.

No comments:

Post a Comment