Ad

Ad

10 November 2016

ຫລາຍ​ທ້ອງ​ຖິ່ນ​ຍັງ​ບໍ່​ເອົາ​ເງິນ​ຂາຍ​ໄມ້​ມອບ​ເຂົ້າງົບປະມານ​ລັດ


         ອົງການກວດສອບ​​ແຫ່ງລັດສະເໜີລັດຖະບານມີມາດຕະການເຂັ້ມງວດຕໍ່ທ້ອງຖິ່ນ​​ໃດທີ່ນຳໃຊ້ລາຍຮັບທີ່ໄດ້ຈາກການຂາຍໄມ້ ຫລື ຂາຍໄມ້ບໍ່ຖືກຕ້ອງຕາມລະບຽບຫລັກການຕ້ອງມອບລາຍຮັບດັ່ງກ່າວເຂົ້າງົບປະມານໃຫ້ສຳເລັດໂດຍໄວ. ພາຍຫລັງເຫັນວ່າມີຫລາຍທ້ອງຖິ່ນຍັງບໍ່ມອບເງິນດັ່ງ  ກ່າວເປັນຕົ້ນແຂວງຈຳປາສັກ​​ໄດ້ນຳໃຊ້ເງິນຈາກການຂາຍໄມ້ຈຳນວນ 63 ຕື້ກວ່າກີບແຕ່ໄດ້ມອບຄືນເຂົ້າງົບປະມານດ້ວຍວິທີການຈົດຮັບ-ຈົດຈ່າຍໃນສົກປີ 2014-2015, ສ່ວນການກວດກາການຂາຍໄມ້ບໍ່ຖືກຕ້ອງຕາມລະບຽບມີບໍລິມາດຫລາຍກວ່າ 105 ພັນແມັດກ້ອນ ຕົກເປັນມູນຄ່າຫລາຍກວ່າ 46 ລ້ານໂດລາສະຫະລັດ ຫລື ປະມານ 375 ຕື້ກວ່າກີບ; ​ເຫັນວ່າມີ 4 ຮູບແບບ ຄືບໍ່ຜ່ານການປະມູນ ມີບໍລິມາດ 4.107 ກວ່າແມັດກ້ອນ ມີມູນຄ່າຫລາຍກວ່າ 21 ລ້ານໂດລາສະຫະລັດ, ຂາຍໃຫ້ບໍລິສັດບໍ່ມີທະບຽນປຸງແຕ່ງໄມ້ຫລາຍກວ່າ 37 ພັນແມັດກ້ອນ ມູນຄ່າຫລາຍກວ່າ 18 ລ້ານໂດລາສະຫະລັດ, ຂາຍຄືນໃຫ້ຜູ້ກະທຳຜິດ (​ໂຮງງານປຸງແຕ່ງໄມ້) ລວມມີບໍລິມາດຫລາຍກວ່າ 6.839 ​ແມັດກ້ອນ ມູນຄ່າ 3 ລ້ານກວ່າໂດລາສະຫະລັດ. ກໍລະນີດັ່ງກ່າວຫລາຍທ້ອງຖິ່ນອ້າງເຫດຜົນວ່າເປັນໄມ້ເກດຕໍ່າ, ​ໄມ້ທ່ອນສັ້ນ ຫລື ບໍລິສັດອື່ນບໍ່ສາມາດຊື້ໄດ້ແລະ ຮູບແບບຂາຍຫລຸດລາຄາໄມ້ທີ່ກະຊວງອຸດສາຫະກຳແລະ ການຄ້າວາງອອກມີບໍລິມາດ 13 ພັນກວ່າແມັດກ້ອນ ລວມມີມູນຄ່າຫລາຍກວ່າ 3,4 ລ້ານໂດລາສະຫະລັດ. ຕໍ່ບັນຫາດັ່ງກ່າວຈຶ່ງສະເໜີໃຫ້ຫົວໜ່ວຍງົບປະມານທີ່ມີລາຍຮັບຈາກການຂາຍໄມ້ນອນໃນໂກຕ້າທີ່ສະພາແຫ່ງຊາດຮັບຮອງໃຫ້ມອບເຂົ້າລວມສູນງົບປະມານລັດແລະເປັນແຫລ່ງລາຍຮັບພູດສູນກາງ 100% ຕາມລະບຽບກົດໝາຍກຳນົດໄວ້, ຖ້າເປັນລາຍຮັບຈາກການຂາຍໄມ້ຢຶດແມ່ນໃຫ້ແບ່ງປັນເຂົ້າງົບປະມານສູນກາງ 50% ​ແລະ ງົບປະມານທ້ອງຖິ່ນ 50% ຕາມຄຳສັ່ງນາຍົກແລະ ຕໍ່ກໍລະນີຜູ້ຕົກລົງໃຫ້ນຳໃຊ້ເງິນຂາຍໄມ້ບໍ່ຖືກຕ້ອງກໍຕ້ອງໃຫ້ມີຄວາມຮັບຜິດຊອບຕໍ່ການຕົກລົງຂອງຕົນຕາມລະບຽບ ຫລື ຕ້ອງມີການເກັບກູ້ຄືນໃຫ້ລັດແລະ ກໍລະນີເປັນພຶດຕິກຳເຂົ້າຄ່າຍການສໍ້ລາດບັງຫລວງກໍຕ້ອງໄດ້ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.


No comments:

Post a Comment