Ad

Ad

10 November 2016

ຍອດຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມເປັນ 4.800 ກວ່າຄົນແລ້ວ ​

          ໜ່ວຍເຝົ້າລະວັງພະຍາດ​​, ກະຊວງສາທາລະນະສຸກ​​ລາຍງານວ່າ: ເຖິງແມ່ນວ່າສະພາບອາ ກາດຂອງປະເທດເຮົາຈະກ້າວເຂົ້າສູ່ລະດູແລ້ງ ແລະ ເລີ່ມໜາວກໍຕາມ, ແຕ່ປັດຈຸບັນການລະບາດຂອງ​​​ໄຂ້ຍຸງລາຍຢູ່ຫລາຍແຂວງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ແລະ ນະຄອນຫຼວງວຽງຈັນ, ​ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 4.800 ຄົນ, ເພີ່ມຂຶ້ນຈາກເດືອນຜ່ານມາ 600  ກວ່າຄົນ, ໃນນັ້ນມີຜູ້ເສຍຊີວິດ 10 ຄົນຄື: ແຂວງຈໍາປາສັກມີຜູ້ຕິດເຊື້ອ 1,269 ກໍລະນີ​, ເສຍ​ຊີວິດ ຄົນ, ນະຄອນຫຼວງວຽງຈັນ 889 ກໍລະນີ​ເສຍ​ຊີວິ 1 ຄົນ; ຄຳມ່ວນ 601 ກໍລະນີ; ບໍລິຄຳໄຊ 596 ກໍລະນີ, ສຍ​ຊີວິດ 1 ຄົນ, ສະຫັວນນະເຂດ 565 ກໍລະນີ; ສາລະ
ວັນ 194 ກໍລະນີ, ເສຍຊີວິດ 1 ຄົນອັດຕະປື 156 ກໍລະນີ; ວຽງຈັນ 135 ກໍລະນີ; ເກອງ  122 ກໍລະນີ; ຫຼວງພະບາງ 12ກໍລະນີ; ​ອຸດົມໄຊ 88 ກໍລະນີ; ຫຼວງນ້ຳທາ 26 ກໍລະນີ; ໄຊຍະບູລີ 1ກໍລະນີ; ບໍ່ແກ້ວ  7 ກໍລະນີ; ໄຊສົມບຸນ 6 ກໍລະນີ  ແລະ ແຂວງອື່ນໆອີກຈຳນວນໜຶ່ງ ເຖິງວ່າຜ່ານມາ, ກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການຮ່ວມມືກັນໂຄສະນາແນະນຳປະຊາຊົນປ້ອງກັນຕົນເອງແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນແລະເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂາມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງ,ແຕ່ເຖິງຢ່າງໃດກໍຕາມເນື່ອງຈາກປັດຈຸບັນສະພາບອາກາດມີການປ່ຽນແປງຊຶ່ງອາດເປັນເງື່ອນໄຂໃຫ້ແກ່ຍຸງລາຍພາ ຫະນຳເຊື້ອໄຂເລືອດອອກຂະ ຫຍາຍພັນໄດ້ໄວ ແລະ ອາດມີການລະບາດຂອງໄຂ້ເລືອດ ອອກດັ່ງທີ່ເຄີຍເປັນມາ, ຈຶ່ງນຳສະເໜີໃຫ້ພວກເຮົາທຸກຄົນຈົ່ງເພີ່ມທະວີການເຝົ້າລະວັງ ແລະ ປະຕິບັດມາດຕະການໂຕ້ຕອບ, ຖ້າມີລັກສະນະການເກີດເປັນຈຸ້ມໃຫ້ລາຍງານກະຊວງສາທາລະນະສຸກດ່ວນ ແລະ ສົ່ງຂ່າວໃຫ້ສູນກາງຊາບຖ້າຕ້ອງ ການຄວາມຊ່ວຍເຫຼືອ.ສຳລັບພາກສ່ວນກ່ຽວຂ້ອງກໍໃຫ້ເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການປະຕິບັດຄຳຂັວນ 5 ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນແລະ ນອກເຮືອນ​​ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ​ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ​, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະ ຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ດັບສູນ.

No comments:

Post a Comment