Ad

Ad

10 November 2016

ໂຕ​ໂຍຕານຳ​ສະ​ເໜີ ລົດ​ເກງ ໂຄໂຣລ່າ ອໍ​ທິສ ຮຸ້ນ​ໃໝ່


        ວັນທີ 9 ພະຈິກນີ້, ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ​ໄດ້ນຳສະເໜີລົດເກງ ຮຸ່ນໃໝ່ລ່າສຸດ Toyota Corolla Altis ຢ່າງເປັນທາງການ ທີ່ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນເອມປະເສີດສຸກ ປະທານບໍລິຫານ ສຳນັກງານເຂດພູມີພາກແມ່ນ້ຳຂອງ, ທ່ານປະ ກອນ ວົງວິທະຍາພິລົມ ປະທານຝ່າຍປະຕິບັດການ ສາຍງານຍ່ອຍເຂດພູມີພາກແມ່ນ້ຳຂອງ ບໍລິສັດດັ່ງກ່າວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

          ທ່ານ ປະທານບໍລິຫານ ສຳນັກງານເຂດພູມີພາກແມ່ນ້ຳຂອງບໍລິສັດ   ​ໃຫ້ຮູ້ວ່າ: ລົດເກງ
ໂຄໂຣ ອໍທິສເປັນລົດຮຸ່ນໜຶ່ງທີ່ສື່ເຖິງຄວາມຫລູຫລາ, ທັນສະໄໝ ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ດ້ວຍຄຸນນະພາບການຜະລິດມາດຕະຖານລະດັບ ສາກົນໃນດ້ານການຂັບຂີ່ ແລະ ປະໂຫຍດການໃຊ້ສອຍທີ່ຫລາກຫລາຍ, ມີຈຸດເດັ່ນ 4 ຂໍ້ຄື: ການອອກແບບພາຍນອກ ແລະ ພາຍໃນຫລູຫລາທັນ ສະ ໄໝສະດຸດຕາເມື່ອພົບເຫັນ ຫ້ອງໂດຍສານສະດວກສະບາຍ, ບໍ່ມີສຽງລົບກວນ ຈາກພາຍນອກ, ຄວາມສາມາດການຂັບຂີ່ດ້ວຍເຄື່ອງຈັກ ຂະໜາດ 2.000 ຊີຊີ ແລະ 1.600 ຊີຊີ ແລະ ລະບົບຄວາມປອດໄພມາດຕະຖານລະດັບ ໂລກ, ລົດເກງ ຄໍລູລາ ປະກອບມີ 7 ສີໃຫ້ເລືອກຄື: ນ້ຳຕານ, ແດງ, ຂາວ, ຂາວມຸກ, ສີດຳ, ສີເງິນ, ສີເທົາ, ຊຶ່ງລາຄາເລີ່ມຕົ້ນຢູ່ທີ່ 25.200 ໂດລາສະຫະລັດ. ພິເສດ ສຳລັບລູກຄ້າທ່ານໃດ ທີ່ເຂົ້າໄປຈັບຈອງລົດຮຸ່ນດັ່ງກ່າວໃນລະຫວ່າງວັນທີ 9-12 ພະຈິກນີ້, ຈະໄດ້ຮັບຂອງທີ່ ລະນຶກຈາກໂຕໂຍຕາເຊັ່ນ: ກະເປົາເດີນທາງ ແລະ ປຶ້ມຈົດບັນທຶກອື່ນໆອີກ.

No comments:

Post a Comment