Ad

Ad

9 November 2016

ຮອງນາຍົກ ສອນໄຊ ສີພັນດອນ ຢ້ຽມຢາມສູນຄວບຄຸມລະບົບວົງຈອນປິດ

           ເຊົ້າວັນທີ 8 ພະຈິກນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຢ້ຽມຢາມສູນຄວບຄຸມລະບົບວົງຈອນປິດກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງມີ ທ່ານ ພົນຈັດຕະວາ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງດັ່ງນັ້ນພ້ອມຄະນະນຳແລະ ພະນັກງານຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການປັບປຸງ ແລະ ຍົກລະດັບກ້ອງວົງຈອນປິດ (CCTV) ເຊິ່ງນັບແຕ່ສ້າງຕັ້ງສູນແຫ່ງນີ້ເປັນ ຕົ້ນມາ ກໍໄດ້ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕັ້ງລະບົບສາຍໄຍແກ້ວກ້ອງວົງຈອນປິດດັ່ງກ່າວ ໂດຍ
ສະເພາະໃນຈຸດໃໝ່ເພື່ອໃຫ້ທັນຮັບໃຊ້ການເປັນເຈົ້າພາບຂອງ ສປປ ລາວ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຜ່ານມາ ລວມທັງການປ່ຽນແທນຈຸດກ້ອງເກົ່າຈຳ ນວນໜຶ່ງ ແລະ ທຳການເຊື່ອມຕໍ່ລະບົບກ້ອງທັງໝົດ. ເພື່ອປະກອບສ່ວນສຳຄັນເຂົ້າໃນວຽກງານ ປກຊ-ປກສ  ແລະ ຕິດຕາມສະພາບການຕ່າງທີ່ເກີດຂຶ້ນ ເພື່ອໃຫ້ສາມາດແກ້ໄຂໄດ້ໄວ ແລະ  ທ່ວງທັນເວລາ.

          ພ້ອມນີ້ຜູ້ລາຍງານຍັງໄດ້ແຈ້ງໃຫ້ທ່ານຮອງນາຍົກຮັບຊາບເຖິງ ການພັດທະນາລະບົບ ແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງ, ການທົດລອງການເຊື່ອມໂຍງລະບົບກ້ອງ ໄປຫາບາງແຂວງທີ່ມີເງື່ອນໄຂໃນການຈັດຕັ້ງປະຕິບັດໂຄງການ, ການຕິດຕາມລະບົບສະດ່ວນເຫດຮ້າຍ ແລະ ບັນດາແຜນວຽກໃນຕໍ່ໜ້າ ໂດຍສະເພາະ ການຂະຫຍາຍຕາໜ່າງລະບົບກ້ອງ ໃຫ້ເພີ່ມຂຶ້ນຕື່ມໃນນະຄອນຫຼວງ ແລະ  ອອກໄປສູ່ບັນດາແຂວງຕ່າງໆ ແລະ ໂອກາດນີ້ ທ່ານຮອງນາຍົກລັດຖ ະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຜົນສຳເລັດອັນໃຫຍ່ຫຼວງ ທີ່ສູນດັ່ງກ່າວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຫວັງວ່າ ຄະນະນຳກະຊວງ ກໍ່ຄືຄະນະນຳຂອງສູນຄວບຄຸມລະບົບວົງຈອນປິດແຫ່ງນີ້ ຈະພ້ອມກັນກັບຂະແໜງການທີ່ກ່ຽວຂ້ອງ ສ້າງລະບົບເຊື່ອມຕໍ່ບັນດາກ້ອງວົງຈອນປິດ ແລະ ພັດທະນາໂຄງການ ໃຫ້ນັບມື້ນັບທັນສະໄໝຂຶ້ນສາມາດ ປະກອບສ່ວນສຳຄັນເຂົ້າໃນວຽກງານຂອງ ພັກ ແລະ ລັດຖະບານໄດ້ດີກວ່າເກ່ົາ.

No comments:

Post a Comment