Ad

Ad

9 November 2016

ກອງປະຊຸມໂຕະມົນ 2016 ຈະຈັດຂື້ນທ້າຍເດືອນນີ້ ທີ່ແຂວງວຽງຈັນ

          ກະຊວງແຜນການ ແລະ ການລົງທືນຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ໄດ້ແຈ້ງໃຫ້ຮູ້ວ່າ:ກອງປະຊຸມໂຕະມົນປະຈຳປີ 2016 ຈະຈັດຂື້ນໃນລະວຫ່ວາງວັນທີ 24- 25 ພະຈິກນີ້, ທີ່ແຂວງແຂວງວຽງຈັນ,ພາຍໃຕ້ຫົວຂໍ້ ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ -ສັງຄົມ 5 ປີ ຄັ້ງທີ VIII ( 2016-2020 )ເພື່ອນຳປະເທດຊາດຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ ແລະ ບັດລຸເປົ້າໝາຍການພັດທະນາແບບຍືນຍົງ”, ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂອງຂະບວນການກອງປະຊຸມໂຕະມົນລະດັບສູງ,ຊຶ່ງເປັນກົນໄກໃນການຊຸກຍູ້ການພັດ ທະນາ ແລະ ເນື່ອງ
ຈາກເປັນປີທຳອິດຂອງການຈັດຕັ້ງປຕິບັດການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ -ສັງຄົມ 5 ປີຄັ້ງທີ VIII, ບວກກັບບັນຫາຕ່າງໆທີ່ລາວເຮົາຍັງປະສົບພົບພໍຢູ່ນໃນປັນຈຸບັນ, ດັ່ງນັ້ນ ກອງປະຊຸມຄັ້ງນີ້ແມ່ນຈະສຸມໃສ່ປຶກສາຫາລື 4 ບັນຫາໃຫຍ່ຄື: ການຈັດຕັ້ງປຕິບັດເປົ້ໝາຍການພັທະນາແບບຍືນຍົງ, ວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ການປົກປັກຮັກສາສິ່ງແວດລ້ອມ (ພັດທະນາຕາມທິດສີຂຽວ) ແລະ ການປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ  ແລະ ການຮັບມືກັບໄພພິບັດ ແລະ ຂອດການຮ່ວມມືປະສານງານກັບຄູ່ຮ່ວມພັດທະນາເພື່ອຈັດຕັ້ງປຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ,ປະສົບຜົນສຳເລັດ ແລະ ບັນລຸລະດັບຄາດໝາຍທີ່ວາງໄວ້,ລວມເຖິງການຂໍຄວາມຊ່ວຍເຫຼືອຕ່າງໆຈາກຄູ່ຮ່ວມພັດທະນາ.

          ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນໃຫ້ຮູ້ວ່າ: ລາວເຮົາເລີ່ມຈັດຕັ້ງປະຕິກອງປະຊຸມໂຕະມົນມາແຕ່ປີ 1983, ຈັດຂຶ້ນເພື່ອເປັນກົນໄກໃນການລະດົມທືນຂອງລັດຖະບານຕໍ່ການຊ່ວຍເຫຼືອຕ່າງໆຂອງບັດດາຄູ່ຮ່ວມພັດທະນາໃນການພັທະນາເສດຖະ ກິດ-ສັງຄົມຂອງປະ ເທດ, ຕໍ່ມ ກອງປະຊຸມດັ່ງກ່າວໄດ້ກາຍເປັນເວທີປຶກສາຫາລືສ້າງຄວາມເຂົ້າໃຈໃຫ້ຄູ່ຮ່ວມພັດທະນາເຖິງສະພາບການ, ຍຸດທະສາດ ແລະ ບູລິມະສິດການພັດທະ ນາຂອງລັດເຖະບານ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮ່ວມກັນມີປະສິດທິຜົນສູງສຸດ.

No comments:

Post a Comment