Ad

Ad

9 November 2016

ສະພາຮັບຮອງເອົາກົດໝາຍວ່າດ້ວຍທາງຫລວງສະບັບປັບປຸງ

          ກົດໝາຍວ່າດ້ວຍທາງຫລວງສະບັບປັບປຸງໃໝ່ໄດ້ນໍາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 8 ພະຈິກນີ້, ໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ເພື່ອໃຫ້ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວມີຄວາມຮັດກຸມ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ພ້ອມທັງຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະ ກ້າວ.
          ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ທາງຫລວງ ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດໄດ້ປະກາດໃຊ້ນັບແຕ່ປີ 1999 ເປັນຕົ້ນມາ, ຊຶ່ງເຮັດ
ໃຫ້ ຕາໜ່າງເສັ້ນທາງຄົມມະນາຄົມໃນຂອບເຂດທົ່ວ ປະເທດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວທັງສາຍຕັ້ງ ແລະ ສາຍ ຂວາງ, ໃນນັ້ນ ເສັ້ນທາງຈຳນວນໜຶ່ງໄດ້ຮັບການຍົກລະດັບ ແລະ ກໍ່ສ້າງໃໝ່ຄື: ເສັ້ນ ທາງລະຫວ່າງແຂວງ, ເສັ້ນທາງໄປຫາເມືອງ, ບ້ານ ແລະ ເຂດຈຸດສຸມທີ່ຢູ່ຫ່າງໄກສອກ ຫລີກ, ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຮັບປະກັນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ. ສະຖິຕິຂອງຕາໜ່າງເສັ້ນທາງຫລວງໄດ້ເພີ່ມຂຶ້ນຈາກ 23.000 ກິໂລແມັດ ໃນປີ 1999 ມາເປັນ 51.597 ກິໂລແມັດໃນປີ 2014, ຊຶ່ງເຫັນວ່າ ເພີ່ມຂຶ້ນເທົ່າກັບ 124,33% ເຮັດໃຫ້ຕາໜ່າງເສັ້ນທາງຄົມມະນາຄົມກາຍເປັນປາຍແຫລມ ທີ່ໂລ່ງລ່ຽນ, ສະດວກ, ປອດໄພ ແລະ ທັນສະໄໝເທື່ອລະກ້າວ.

          ກົດໝາຍວ່າດ້ວຍທາງຫລວງສະບັບເກົ່າມີ 8 ພາກ ແລະ 46 ມາດຕາ, ຊຶ່ງເຫັນວ່າ ເນື້ອໃນຂອງແຕ່ລະມາດຕາ ໄດ້ອະທິບາຍແບບລວມໆ, ບໍ່ຊັດເຈນ ແລະ ບໍ່ຄົບຖ້ວນ ເມື່ອ ນຳໄປຈັດຕັ້ງປະຕິບັດຕົວຈິງ ແມ່ນພົບກັບຄວາມຫຍຸ້ງຍາກ ແລະ ບໍ່ສາມາດແກ້ໄຂວຽກ ງານໄດ້ດີເທົ່າທີ່ຄວນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງ ແລະ ໃນສະບັບປັບປຸງໃໝ່ປະກອບມີ 13 ພາກ, 14 ໝວດ ແລະ 99 ມາດຕາ, ໃນນີ້ຮັກສາໄວ້ 1 ມາດຕາ, ປັບ ປຸງ 44 ມາດຕາ ແລະ ສ້າງໃໝ່ 54 ມາດຕາ, ເພື່ອໃຫ້ກົດໝາຍສະບັບ ປັບປຸງໃໝ່ນີ້ ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ, ທັງເປັນເຄື່ອງມືສຳຄັນໃຫ້ ແກ່ການຄຸ້ມຄອງວຽກງານກິດຈະການທາງຫລວງ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງລັດ, ລວມໝູ່ ແລະ ບຸກຄົນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງໂດຍສານ ແລະ ສິນຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ພ້ອມທັງຮັບປະກັນການເຊື່ອມຈອດ ແລະ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນໃຫ້ຫລາຍຂຶ້ນ. 

No comments:

Post a Comment