Ad

Ad

9 November 2016

ລາວຫາກຽມອອກລະບຽບການຄຸ້ມຄອງວັງສະຫງວນໃຫ້ມີປະສິດທິຜົນ

          ວັນທີ 7-8 ພະຈິກນີ້, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້,ໄດ້ຈັດກອງປະຊຸມປຶກສາຫາລືການລິເລີ່ມສ້າງຄູ່ມືປະເມີນປະສິດທິພາບການ ສ້າງວັງສະຫງວນຢູ່ ສປປ ລາວ, ຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງຮອງຫົວໜ້າພະແນກປະມົງ, ກົມລ້ຽງສັດ ແລະ ການປະມົງ, ມີຜູ້ຕາງໜ້າຈາກອົງການກອງທືນອະນຸລັກທຳມະຊາດໂລກປະຈຳລາວ ( WWF laos ) ແລະ ຂະໜງການລ້ຽງສັດ ແລະ ການປະມົງເຂົ້າຮ່ວມເປັນຈຳນວນຫຼາຍ.


          ກອງປະຊຸມໄດ້ລາຍງານປະຫວັດຄວາມເປັນມາຂອງການເຮັດວຽກຮ່ວມກັບຊຸມຊົນໃນການສ້າງແຫຼ່ງອະນຸລັກປາ ຫຼື ວັງສະຫງວນ, ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການປະມົງແບບຍືນຍົງ, ການປົກປັກຮັກສາຊະນິດພັນປາ ແລະ ມາຮອດປັດຈຸບັນທົ່ວປະທເດເຮົາສາມາດສ້າງວັງສະຫງວນໄດແລ້ວປະມານ 1 ພັນ ກວ່າແຫ່ງ, ເພື່ອຕອບສະໜອງການຄ້ຳປະກັນດ້ານລະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ເພື່ອເຮັດໃຫ້ການສ້າງ ແລະ ຄຸ້ມຄອງວັງສະຫງວນມີປະສິດທິ ພາບ ແລະ ເຂັ້ມງວດກວ່າເກົ່າ, ກົມປະມົງຈຶ່ງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆ, ໂດຍສະເພາະແມ່ນພາກສ່ວນທີ່ນ້ຳໃຊ້ແຫຼ່ງນ້ຳຈັດກອງປະຊຸມນີ້ຂຶ້, ເພື່ອສ້າງຄູ່ມື ແລະ ອອກລະບຽບການຄຸ້ມຄອງ ແລະ ແບ່ງເຂດວັງສະຫງວນສະເພາະ,ເພື່ອເປັນການອະນຸລັກລະບົບນິເວນຊີວະນາໆພັນທາງນ້ຳໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຊຶ່ງປື້ມຄູ່ມືດັ່ງກ່າວແມ່ນເຄື່ອງມືໜຶ່ງທີ່ໃຊ້ໃນການປະເມີນ ແລະ ຊ່ວຍໃຫ້ຊຸມຊົນ ແລະ ອົງການຈັດຕັ້ງກ່ຽວຂ້ອງຮັບຮູ້ຂໍ້ມູນ ແລະ ປະສິດທິພາບກ່ຽວກັບການສ້າງວັງສະຫງວນ, ໂດຍສະເພາະແມ່ນການສະເໜີຕົວຊີ້ວັດຕ່າງໆໃນການປະຕິບັດວຽກງານຕົວຈິງ, ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນການສ້າງວັງສະຫງວນມີປະສິດທິຜົນດີຂຶ້, ເຮັດໃຫ້ທຸກພາກສ່ວນມີການຮ່ວມມືກັນຫຼາຍຂຶ້, ໂດຍສະເພາະມແມ່ນການຄຸ້ມຄອງວັງສະຫງວນໃຫ້ມີປະສິດທິຜົນກວ່າເກົ່າ.

No comments:

Post a Comment