Ad

Ad

9 November 2016

ກຽມພົບກັບງານວັງວຽງມິວຊິກເຟສ 2016 ໃນກາເດືອນທັນວານີ້ີ່ເມືອງວັງວຽງ


          ວັນທີ 8 ພະຈິກນີ້, ທ່ານ ອານຸລັກ ປະຖຳມະວົງ ອຳ ນວຍການບໍລິສັດ ສາມາດ ອີເວັ້ນອໍແກນນາຍເຊີ້ ຈຳກັດ ໄດ້ຖະແຫລງວ່າ: ງານວັງວຽງ ມິວຊິກເຟສ 2016 ປີ 2, ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-17 ທັນວານີ້, ຢູ່ແຫລ່ງທ່ອງທ່ຽວຖ້ຳລົມ, ເມືອງວັງວຽງ ແຂວງວຽງຈັນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງມວນຊົນທີ່ມີຈຳນວນຫລວງຫລາຍຄື: ໃນປີຜ່ານມາມີຜູ້ເຂົ້າຮ່ວມຊົມຫລາຍກວ່າ 4-5 ພັນຄົນຕໍ່ຄືນ, ງານດັ່ງກ່າວເປັນງານມະ ຫາກຳດົນຕີນານາຊາດ, ມີນັກດົນຕີ, ນັກຮ້ອງ, ສິລະປິນທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍດີເຈຊື່ດັງໃນທົ່ວໂລກເຂົ້າຮ່ວມ.

          ຜູ້ອຳນວຍການບໍລິສັດດັ່ງກ່າວ ໃຫ້ຮູ້ວ່າ: ງານດັ່ງກ່າວຈັດຂຶ້ນເພື່ອສົ່ງເສີມການ ທ່ອງທ່ຽວຂອງເມືອງວັງວຽງ, ຊຶ່ງເຫັນວ່າເປັນເມືອງໜຶ່ງໃນແຂວງວຽງຈັນ ທີ່ມີນັກທ່ອງທ່ຽວ ຈາກທົ່ວໂລກເດີນທາງເຂົ້າມາທ່ອງທ່ຽວ, ພັກຜ່ອນໃນລະດູຕ່າງໆ, ພ້ອມເປັນການສົ່ງເສີມໃຫ້ຊາວເມືອງດັ່ງກ່າວ ມີລາຍໄດ້ເພີ້ມຂຶ້ນຄຽງຄູ່ກັນນີ້ ສຳລັບສະຖານທີ່ພັກແຮມ, ນອກຈາກໂຮງແຮມ, ເຮືອນພັກແລ້ວ, ທາງບໍລິສັດ ສາມາດ ຍັງມີເຕັ້ນສຳລັບກາງນອນໄດ້ຕາມໃຈຊອບ ຂໍພຽງແຕ່ຊື້ປີ້ເຂົ້າຊົມໃນລາຄາ 70 ພັນກີບແມ່ນໄດ້ເຕັ້ນ 1 ດາງ, ຊຶ່ງສາມາດນອນໄດ້ 2 ຄົນ ແລະ ເຂົ້າຊົມງານດັ່ງກ່າວໄດ້ 2 ຄືນ, ພວກເຮົາສາມາດຈັບຈອງ ແລະ ຊື້ປີ້ດັ່ງກ່າວໄດ້ຕາມ ຮ້ານເອັມພອຍມາກທຸກສາຂາທົ່ວປະເທດ, ນອກນີ້ ຍັງມີກິດຈະກຳຕ່າງໆໄວ້ພັກຜ່ອນຢ່ອນ ໃຈ ເປັນຕົ້ນສະຖານທີ່ຖ່າຍຮູບງາມໆແບບທຳມະຊາດ ແລະ ສະຖານທີ່ ນັ່ງລົມກັນແບບສ່ວນໂຕ ແລະ ອື່ນໆ. 

No comments:

Post a Comment