Ad

Ad

9 November 2016

ຜ່ານມາລັດສູນເສຍເງິນຢ່າງຫລວງຫລາຍຈາກການຍົກເວັ້ນພາສີ-ອາກອນ

    ຫລາຍປີຜ່ານມາ, ລັດຖະບານສູນເສຍລາຍຮັບເປັນຈຳນວນຫລວງຫລາຍຈາກການຍົກເວັ້ນພາສີ-ອາກອນນຳເຂົ້າພາຫະນະ, ກົນຈັກ ແລະ ນ້ຳມັນເຊື້ອໄຟ. ຕາມການເປີດເຜີຍຂອງອົງການກວດສອບແຫ່ງລັດ ກ່ຽວກັບການກວດກາການຍົກເວັ້ນພາສີ-ອາກອນສະເພາະຢູ່ດ່ານສາກົນຂົວມິດຕະພາບ I ນະຄອນຫລວງວຽງຈັນພົບວ່າ: ສົກປີ 2013-2014 ມີການນຳເຂົ້າພາຫະນະ ແລະ ກົນຈັກຈຳນວນ 1.969 ຄັນ ມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 212 ຕື້ກີບ, ນຳເຂົ້ານ້ຳມັນເຊື້ອໄຟຫລາຍກວ່າ 63 ລ້ານລິດ ມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 85 ຕື້ກີບ ເຊິ່ງພາຫະນະ, ກົນຈັກທີ່ຍົກເວັ້ນພາສີ-ອາກອນສ່ວນຫລາຍແມ່ນນຳໃຊ້ບໍ່ຖືກເປົ້າໝາຍຂອງກິດຈະການ, ສ່ວນຫລາຍນຳເຂົ້າເພື່ອຈຳໜ່າຍ
ໂດຍສະເພາະລົດຈຳນວນ 210 ຄັນຂອງ 10 ບໍລິສັດທີ່ມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 11 ຕື້ກີບ. ນອກຈາກນີ້ ຍັງມີໂຄງການກໍ່ສ້າງເສັ້ນທາງກາສີ-ເມືອງນານ ໄລຍະທາງຍາວ 68 ກິໂລແມັດ ມູນຄ່າໂຄງການ 28,63 ລ້ານໂດລາສະຫະລັດ ຕາມແຈ້ງການຂອງຄະນະເລຂາທິການລັດຖະບານໄດ້ກຳນົດວ່າ: ການຂໍຍົກເວັ້ນພາສີ-ອາກອນນຳເຂົ້າວັດສະດຸກໍ່ສ້າງ ແລະ ນ້ຳມັນເຊື້ອໄຟແມ່ນໃຫ້ກວດກາການຄິດໄລ່ມູນຄ່າຂອງໂຄງການວ່າໄດ້ບວກເຂົ້າແລ້ວ ຫລື ບໍ່, ຖ້າບໍ່ໄດ້ບວກໃສ່ກໍເຫັນດີໃຫ້ຍົກເວັ້ນ. ແຕ່ຜ່ານການກວດກາເຫັນວ່າໃນມູນຄ່າໂຄງການນີ້ແມ່ນໄດ້ບວກຄ່າພາສີ-ອາກອນເຂົ້າແລ້ວ, ແຕ່ຍັງຂໍຍົກເວັ້ນຕື່ມອີກ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບຍົກເວັ້ນສອງຄັ້ງ ໂດຍ ລວມມີມູນຄ່າການນຳເຂົ້ານ້ຳມັນທັງໝົດ 38,25 ລ້ານໂດລາສະຫະລັດ, ໃນນັ້ນມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 11,9 ລ້ານໂດລາສະຫະລັດ ແລະ ຕາມການຄິດໄລ່ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂຄງການດັ່ງກ່າວຈະນຳໃຊ້ນ້ຳມັນປະມານ 13 ລ້ານລິດ, ແຕ່ຜິດດ່ຽງຫລາຍກວ່າ 60 ລ້ານລິດ. ອີກກໍລະນີໜຶ່ງແມ່ນໂຄງການກໍ່ສ້າງທາງເວັ້ນຕົວເມືອງຫລວງພະບາງ ມີຄວາມຍາວ 24,04 ກິໂລແມັດ ລວມມີມູນຄ່າກໍ່ສ້າງ 26,24 ລ້ານໂດລາສະຫະລັດ, ກົນຈັກເສຍພາສີອັດຕາ 1% ຈຳນວນ 92 ຄັນ ແລະ ວັດສະດຸອຸປະກອນຕ່າງໆເຊັ່ນ: ເຫລັກເສັ້ນ 4 ພັນໂຕນ, ຊີມັງ 5 ພັນໂຕນ, ນ້ຳ ມັນກາຊວນ 18 ລ້ານລິດ ຕົກເປັນມູນຄ່າ 11,16 ລ້ານໂດລາສະຫະລັດ ແລະ ນ້ຳມັນແອັດຊັງ 14 ລ້ານລິດ ຕົກເປັນມູນຄ່າ 9 ລ້ານກວ່າໂດລາສະຫະລັດ ແລະ ຕາມການປະເມີນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂຄງການດັ່ງກ່າວຈະນຳໃຊ້ນ້ຳມັນເຊື້ອໄຟປະມານ 4,66 ລ້ານລິດ ແລະ ຜິດດ່ຽງເຖິງ 27,34 ລ້ານລິດ ມີມູນຄ່າຍົກເວັ້ນພາສີອາກອນປະມານ 36 ຕື້ກີບ, ນີ້ແມ່ນບາງຕົວຢ່າງທີ່ໄດ້ກວດພົບ ແລະ ຍັງມີອີກຫລາຍໆໂຄງການທີ່ນຳເຂົ້າ ແລະ ຍົກເວັ້ນພາສີ-ອາກອນຄືດັ່ງກ່າວເປັນຈຳນວນຫລາຍຢູ່ແຕ່ລະດ່ານໃນຂອບເຂດທົ່ວປະເທດ ເຊິ່ງອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານຈະໄດ້ຮ່ວມກັນສືບຕໍ່ກວດກາ ເພື່ອລາຍງານລັດຖະບານມີມາດຕະການແກ້ໄຂຕາມລະບຽບກົດໝາຍໃຫ້ເຂັ້ມງວດ.

No comments:

Post a Comment